Saturday, November 15, 2025
Kbank Laos โอน รับ จ่าย

ບໍ່​ທຳ​ມະ​ດາ! 8 ເດືອນ​ທີ່​ຜ່ານ​ມາ ນະຄອນຫຼວງວຽງ​ຈັນ ​ເກີດອັກຄີໄພໄປແລ້ວເກືອບ 40 ຄັ້ງ

ອີງ​ຕາມ​ຂໍ້​ມູນ​ຂອງ​ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ຮູ້​ວ່າ: ໃນ 8 ປີ­ຜ່ານ­ມາ (2010-2018) ທົ່ວ ນວ ມີ​ອັກ­ຄີ​ໄພ​ເກີດ​ຂຶ້ນ​ທັງ​ໝົດ 545 ຄັ້ງ ໃນ​ນີ້ ເກີດ​ໄຟ​ໄໝ້​ໃຫຍ່ 8 ຄັ້ງ ກາງ 17 ຄັ້ງ ແລະ ໄຟ​ໄໝ້​ນ້ອຍ 520 ຄັ້ງ ມູນ​ຄ່າ​ຄວາມ​ເສຍ​ຫາຍ​ປະ­ມານ 1.000 ຕື້​ກີບ (ຄິດ­ໄລ່​ຄ່າ​ເສຍ​ຫາຍ​ຮອດ​ເດືອນ​ສິງ­ຫາ 2018).

ນັບ​ແຕ່​ເດືອນ​ມັງ­ກອນ ຫາ​ເດືອນ​ສິງ­ຫາ 2018 ທົ່ວ ນວ ມີ​ອັກ­ຄີ​ໄພ​ເກີດ​ຂຶ້ນ​ທັງ​ໝົດ 37 ຄັ້ງ ເສຍ​ຫາຍ​ມູນ​ຄ່າ 3,2 ຕື້​ກີບ ໃນ​ນີ້ ເມືອງ​ໄຊ​ເຊດ​ຖາ ເກີດ​ອັກ­ຄີ​ໄພ​ຫຼາຍ​ກວ່າ​ໝູ່ 12 ຄັ້ງ ຈັນ­ທະ​ບູ​ລີ 7 ຄັ້ງ ໄຊ​ທາ­ນີ ສີ​ສັດ­ຕະ​ນາກ ແລະ ເມືອງ​ສີ​ໂຄດ​ຕະ­ບອງ ເກີດ​ຂຶ້ນ​ເມືອງ​ລະ 6 ຄັ້ງ.

ສາ­ເຫດ​ຫຼັກ​ຂອງ​ການ​ເກີດ​ອັກ­ຄີ​ໄພ​ມາ​ຈາກ​ໄຟ­ຟ້າ​ລັດ​ວົງ​ຈອນ ເນື່ອງ​ຈາກ​ວ່າ­ການ​ຊົມ­ໃຊ້​ໄຟ­ຟ້າ​ບໍ່​ຖືກ​ວິ­ທີ ຂາດ​ການ​ບຳ­ລຸງ​ຮັກ­ສາ​ສ້ອມ­ແປງ ບໍ່​ໄດ້​ປ່ຽນ​ອຸ­ປະ­ກອນ​ໄຟ­ຟ້າ​ທີ່​ເກົ່າ ໝົດ​ອາ­ຍຸ​ການ​ໃຊ້​ງານ ແລະ ນຳ​ໃຊ້​ອຸ­ປະ­ກອນ​ໄຟ­ຟ້າ​ບໍ່​ໄດ້​ມາດ­ຕະ­ຖານ​ໃນ​ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ລະ­ບົບ​ໄຟ­ຟ້າ​ບໍ່​ໄປ​ຕາມ​ມາດ­ຕະ­ຖານ​ເຕັກ­ນິກ​ໄຟ­ຟ້າ​ຂອງ​ລາວ​ກຳ­ນົດ​ໄວ້ ແລະ ອື່ນໆ.

Cr.VientianeMai
ພາບ​ປະ​ກອບ: https://encrypted-tbn0.gstatic.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.