ອອກ​ພັນ​ສາ​ປຸບ! ກໍ​ເລີ່ມ​ເຂົ້າ​ງານ​ແຕ່ງດອງ​ຂອງ​ໃຜໆ​ຫຼາຍ​ຄົນ ທີ່​ວາງ​ແຜນ​ມາ​ຕັ້ງ​ແຕ່​ດົນ
ມື້ນີ້, ແອ໋ດ​ໄດ້​ນຳ​ເອົາ​ຮູບ​ພາບ​ຂອງ​ງານ​ແຕ່ງດອງ ທີ່​ດັງ​ຢູ່​ຢູ່​ໃນ​ໂລກ​ໂຊ​ຊຽວ​ໃນ​ຫຼາຍໆ​ປີ​ຜ່ານ​ມາ ວ່າ​ມັນ​ມີ​ຄວາມ​ແປກ​ແຕກ​ຕ່າງ​ຈັ່ງ​ໃດ​ແດ່? ​ນຳ​ສະ​ເໜີ​ເພື່ອ​ຄວາມ​ບັນ​ເທີງ​ແຕ່​ພຽງ​ເທົ່າ​ນັ້ນ.

1. ລູກເຂີຍໃຈປໍ້າເອົາໃຈພໍ່ເຖົ້າ ເໝົາເຮລິຄອບເຕີ ແຫ່ເຂີຍ ສຸດຍອດ ແບບບໍ່ເຄີຍມີໃຜເຮັດມາກ່ອນ!

ລາຍງານຈາກ Lao Skyway ໃຫ້ຮູ້ ໃນ 24/6/2017 ເຈົ້າບາວເໝົາຍົນເປັນລໍາແຫ່ຂັນຫມາກແບບອາລັງການງານຊ້າງ. ໂດຍທີ່ທາງ ບໍລິສັດ ລາວສະກາຍແອເວ ເພີ່ນໄດ້ອ້າງໃນໂຄສະນາວ່າ Laoskyway ບໍລິການສົ່ງຮັກ ແລະ ງານນີ້ເຮັດໃຫ້ຄົນໃນງານດອງ ຕ້ອງຕະລຶງໄປຕາມໆກັນ ເມື່ອເຈົ້າບ່າວນັ່ງເຄື່ອງ​ບິນມາ.

2.ງານແຕ່ງ10ລໍ້ຂໍສາວເອົາເປັນເມຍ

ງານວິວາເທື່ອນີ້ຖືວ່າແປກຫຼາຍ ຄາລະວານ 10 ລໍ້ໄປຂໍແຕ່ງເມຍ.. ຕົວເຈົ້າບ່າວເອງເປັນຄົນ ບ້ານແກ້ງປາຍ້າງອາຊີບຂັບລົດ 10 ລໍ້ ສ່ວນເຈົ້າສາວຢູ່ແຖວ ບ້ານຫ້ອມ. ເຊິ່ງງານນີ້​ເຈົ້າບ່າວຈັດນັກຈັດເຕັມ ຂັບລົດ 10 ລໍ້ ໄປຂໍແຕ່ງເມຍເລີຍ ທີ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນວັນທີ 28/10/2017 ຂໍໃຫ້ຮັກກັນດົນໆເດີ ເປັນການແຕ່ງດອງທີ່ບໍ່ມີໃຜຄືອີ່ຫລີ???

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

3. ງານດອງທີ່ປາກເຊ ເມື່ອບັນດາເພື່ອນເຈົ້າບ່າວຄືເຫລົ່າທັບ ຊຸບເປີຮີໂຣ

4. ງານນີ້ເພື່ອເຈົ້າບ່າວ ຈັດໃຫ້ພິເສດເລີຍດອງຢູ່ ຫລັກ 8, ບ້ານສົມຫວັງເຫນືອ

5. ເທ​ຣນນີ້ ບໍ່​ຮູ້​ທີ່​ມາ ກະ​ເລີຍ​ເອົາ​ຮູບ​ມາ​ລວມ​ກັນ​ໄວ້​ເລີຍ ເພາະ​ວ່າ​ສະ​ໄຕ​ຄື​ກັນ

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້