Saturday, November 15, 2025
Kbank Laos โอน รับ จ่าย

ສ.ປ ຈີນສະຫຼອງຄວາມສຳເລັດ ໃນການຂຸດອຸໂມງທາງລົດໄຟໃນສປປ.ລາວ ຍາວກວ່າ 1,000 ກວ່າແມັດ


ຕາມການລາຍງານຂ່າວຊິນຫົວ ຂອງທາງການ ສ.ປ ຈີນ ເມື່ອວັນອາທິດຜ່ານມາວ່າ: ບໍລິສັດດ້ານວິສະວະກຳຂອງຈີນ ໄດ້ສະຫຼອງຄວາມສຳເລັດໃນການຂຸດເຈະອຸໂມງແຫ່ງທຳອິດ ທີ່ມີໄລຍະທາງຫຼາຍກວ່າ 1,000 ແມັດ ຕາມເສັ້ນທາງລົດໄຟສາຍ ລາວ-ຈີນ ໃນອຸໂມງນາເຕີຍ ໝາຍເລກ 1 ຫ່າງຈາກນະຄອນຫຼວງວຽງຈັນໄປທາງເໜືອ ປະມານ 360 ກິໂລແມັດ ຕັ້ງຢູ່ໃນພື້ນທີ່ຂອງແຂວງຫຼວງນ້ຳທາ ເຊິ່ງມີຊາຍແດນຕິດກັບຈີນ.


ທ່ານ ຫວງ ຊົ່ງເຫວິນ ເຈົ້າໜ້າທີ່ລະດັບສູງຂອງບໍລິສັດກໍ່ສ້າງທາງລົດໄຟໝາຍເລກ 5 (CREC 5) ທີ່ເບິ່ງແຍງຮັບຜິດຊອບການກໍ່ສ້າງອຸໂມງແຫ່ງນີ້, ໃຫ້ລາຍລະອຽດກັບສຳນັກຂ່າວຊິນຫົວວ່າ ການກໍ່ສ້າງອຸໂມງນາເຕີຍ ໝາຍເລກ 1 ເລີ່ມຂຶ້ນຕັ້ງແຕ່ວັນທີ່ 3 ມິຖຸນາ 2017 ເປັນໄລຍະທາງທັງໝົດ 1,158 ແມັດ.
“ອຸໂມງແຫ່ງນີ້, ຂຸດເຈາະຜ່ານຊັ້ນຫີນອ່ອນຕະຫຼອດທາງຂອງພູ ມີຄວາມຍາກລຳບາກໃນບາງສ່ວນຂອງການກໍ່ສ້າງ ແລະສົ່ງຜົນຕໍ່ໄລຍະເວລາໃນການຂຸດເຈາະ”


ໃນເດືອນທັນວາ ປີກາຍນີ້, ອຸໂມງຢູ່ບ້ານສົມສະນຸກ ໝາຍເລກ 2 ທີ່ມີຄວາມຍາວ 301 ແມັດ ໃນແຂວງວຽງຈັນ ພາຍໃຕ້ການດຳເນີນງານຂອງບໍລິສັດ Sino Corporation Engineering Bureau 15 Co., Ltd. ເປັນອຸໂມງແຫ່ງທຳອິດ ທີ່ຂຸດເຈາະສຳເລັດ ພ້ອມເສັ້ນທາງລົດໄຟສາຍ ລາວ-ຈີນ ແລະກາຍເປັນອຸໂມງຖະໜົນ ແລະທາງລົດໄຟແຫ່ງທຳອິດໃນປະຫວັດສາດລາວ.


ເສັ້ນທາງລົດໄຟສາຍລາວ-ຈີນ ໄດ້ຮັບການສົ່ງເສີມຈາກຜູ້ນຳຂອງສອງປະເທດ ວ່າເປັນໂຄງການເຊື່ອມຕໍ່ໂຄງຂ່າຍລະຫວ່າງປະເທດ ເຊິ່ງເລີ່ມກໍ່ສ້າງມາຕັ້ງແຕ່ເດືອນທັນວາ ປີ 2016 ແລະການກໍ່ສ້າງອຸໂມງ, ຂົວ, ຖະໜົນ ແລະສ່ວນອື່ນໆປະສົບຜົນສຳເລັດດ້ວຍດີ.


ທາງລົດໄຟສາຍລາວ-ຈີນ ມີຄວາມຍາມທັງໝົດຫຼາຍກວ່າ 414 ກິໂລແມັດ ທີ່ປະກອບດ້ວຍຂົວ ແລະອຸໂມງ ປະມານ 60% ເຊື່ອມຕໍ່ລະຫວ່າງດ່ານບໍ່ຫານ-ບໍ່ເຕັນ ທາງພາກເໜືອຂອງລາວ ກັບນະຄອນຫຼວງວຽງຈັນ.
ສ່ວນຄວາມໄວຂອງລົດໄຟນັ້ນ, ອອກແບບໄວ້ທີ່ 160 ກິໂລແມັດຕໍ່ຊົ່ວໂມງ ແລະເສັ້ນທາງນີ້, ຈະດຳເນີນການຢ່າງເຕັມລະບົບ ໃນເດືອນທັນວາ ປີ 2021.


ທີ່ມາ: https://www.mgronline.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.