5 ວິທີເຫັນ “ຜີ” ງ່າຍໆ ໃນມື້ຮັນໂລວີນ (ບໍ່ເຊື່ອ! ຕ້ອງທົດລອງ)

ວັນທີ່ 31 ຕຸລາ ຂອງທຸກໆປີ ເປັນວັນຮັນໂລວີນ (Halloween) ເປັນມື້ທີ່ຄົນຕາເວັນຕົກ ນິຍົມກັນຕ່າງໂຕເປັນຜີ ຫຼືວ່າປີສາດ ພາໝູ່ຄູ່ໄປສັງສັນລ້ຽງສະຫຼອງກັນ ເຖິງວ່າປະເພນີນີ້, ຈະບໍ່ແມ່ນວັດທະນະທຳຂອງບ້ານເຮົາກໍຕາມ ແຕ່ກໍມີຄົນລາວຈຳນວນຫຼາຍ ທີ່ໃຊ້ມື້ນີ້ ເປັນມື້ແຫ່ງຄວາມມ່ວນຊື່ນ ເພື່ອສ້າງຄວາມສາມັກຄີ, ຮັກແພງລະຫວ່າງກັນແລະກັນ.

ອິນໄຊລາວ ຂໍນຳສະເໜີ 5 ວິທີທີ່ຈະເຫັນຜີໃນມື້ຄືນ ທີ່ 31 ນີ້ ຫວັງວ່າທຸກໆຄົນຈະເອົາໄປນຳໃຊ້ກັນເດີ!.

1. ກົ້ມເບິ່ງຜີທາງຫວ່າງຂາ
ໃຫ້ທົດລອງເຮັດໃນເວລາທ່ຽງຄືນ ຫຼືຕອນເດິກໆ ກ່ອນເຮັດກໍຄວນຕັ້ງຈິດອະທິດຖານ ຍ່າງອ້ອມເມນຄົນຕາຍ ຫຼືໂລງສົບ ຈັກ 3 ຮອບ ຄືເຂັມໂມງ ແລ້ວມາຢຸດຕໍ່ໜ້າ ປິ່ນຫຼັງໃສ່ ແລ້ວກົ້ມເບິ່ງທາງຫວ່າງຂາ ເຊື່ອກັນວ່າຜີຈະມາປາກົດໂຕໃຫ້ເຫັນ.

2. ເອົາຂີ່ເຖົ່າຄົນຕາຍປ້າຍດວງຕາ.
ເອົາຜົງຂີ້ເຖົ່າທີ່ໄດ້ຈາກການຈູດເຜົາຄົນຕາຍມາທາບໍລິເວນດວງຕາໃຫ້ທົ່ວ ແລ້ວໄປບ່ອນທີ່ຢາກເຫັນດວງວິນຍານ ເບິ່ງບ່ອນທີ່ຊິເຫັນ ເຊື່ອກັນວ່າ ເຮົາຈະເຫັນວິນຍານໃນບໍລິເວນນັ້ນຢ່າງແນ່ນອນ!.

3. ນອນຄາບທູບສີດຳ
ເລືອກເອົາມື້ສິນດັບ ເປັນມື້ເລີ່ມປະຕິບັດການ ນອນລົງພື້ນພ້ອມນົບຫັນຫົວໄປທາງທິດຕາເວັນຕົກ ເອົາທູບສີດຳ 3 ອັນມາຄາບ ຫຼັບຕາແລ້ວຈົ່ມນະໂມຍ້ອນຫຼັງ 16 ຈົບ, ເມື່ອແລ້ວໆ ມືນຕາຂຶ້ນ ແລ້ວເຈົ້າຊິເຫັນໃນສິ່ງທີ່ຢາກເຫັນ.

4. ໃຊ້ນ້ຳຕາໝາທາຕາ
ຄວາມເຊື່ອຂອງຜູ້ເຖົ້າຜູ້ແກ່ເຊື່ອວ່າ ແມວດຳເປັນແມວອັບປະມຸງຄຸນ ນຳພາມາແຕ່ແນວບໍ່ດີ ແຕ່ມີອີກຄວາມເຊື່ອໜຶ່ງວ່າ ດວງຕາຂອງໝາ ມັກຈະເບິ່ງເຫັນໃນສິ່ງທີ່ມະນຸດບໍ່ເຫັນຫຼາຍ ດັ່ງນັ້ນ, ການນຳເອົານ້ຳຕາຂອງໝາ (ດຳ) ມາທາຕາ ແລ້ວຕັ້ງຈິດອະທິດຖານວ່າ ຢາກເຫັນຜີ ເຮົາກໍຈະເຫັນຢ່າງແນ່ນອນ!.

5. ເອົາເສື້ອຄົນຕາຍມາໃສ່.
ນຳເອົາເສື້ອຜ້າຂອງຄົນຕາຍ ແລະກັ້ນຫາຍໃຈພ້ອມ ເຮັດແບບນີ້ຢູໃນວັດ ແລ້ວເຈົ້າຊິເຫັນເຈົ້າຂອງເສື້ອຜ້າທີ່ຕາຍໄປແລ້ວ!.

ອິນໄຊລາວ ຂໍອວຍພອນໃຫ້ທຸກໆທ່ານທີ່ນຳໃຊ້ວິທີເຫຼົ່ານີ້, ເຫັນຜີກັນເດີ 555! ແລ້ວນຳເອົາມາເລົ່າໃຫ້ຟັງແດ່.


ທີ່ມາ: www.thairath.co.th

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: