ຜີລາວ Vs ຜີຕ່າງປະເທດ ​ຜີໃດເປັນຕາຢ້ານກວ່າກັນ!


ມື້ອື່ນນີ້, ກໍແມ່ນວັນຮາໂລວີນແລ້ວ ແອ໋ດກໍເລີຍນຳເອົາຂໍ້ມູນດີໆກ່ຽວກັບ ຄວາມແຕກຕ່າງລະຫວ່າງຜີລາວ ແລະຜີຝຣັ່ງ ມານຳສະເໜີ. ຫວັງວ່າຄົງເປັນປະໂຫຍດໃຫ້ຫຼາຍໆຄົນຮູ້ເລື່ອງກ່ຽວກັບຜີ.

• ຜີລາວ

  • ຄໍຂາດ, ໄສ້ໄຫຼ, ຄວັກຕາ.
  • ເວລາຜີໄລ່ ຊິພາກັນຂຶ້ນຕົ້ນໄມ້ ຫຼືລົງໂອ່ງນ້ຳ (ໜັງຜີປອບ).
  • ຜີນາງໄມ້ ຊິເປັນຜູ້ຍິງງາມໆ ນຸ່ງນ້ອຍຫົ່ມນ້ອຍມານັ່ງດຶງດູດໃຫ້ຜູ້ຊາຍຮັກຜູ້ຊາຍຫຼົງ.
  • ຜີລາວມັກອາຫານດິບ, ຄາວ.
  • ສຳລັບໜັງຜີລາວ ຈະເນັ້ນທີ່ຄວາມຕະຫຼົກມີມຸກ (ໜັງຮັກອີຫຼີ1, ຮັກອີຫຼີ 2).

• ຜີຕ່າງປະເທດ(ຝຣັ່ງ)

  • ຜີຜູ້ຊາຍຊິຫຼໍ່, ມາດແມນ ແຕ່ງໂຕແບບຜູ້ດີ ຫຼືເປັນເຈົ້າຊາຍໃນເທບນິຍາຍ.
  • ຜີຜູ້ຍິງຈະງາມ ແຕ່ງໂຕດ້ວຍຊຸດເຊັກຊີ່, ນຸ່ງນ້ອຍຫົ່ມນ້ອຍ, .
  • ຜີຝຣັ່ງໃນໜັງ ມັກຈະເປັນຊອມບີ້, ແວມໄພ (ຜີດູດເລືອດ), ມະນຸດໝາປ່າ ແລະມຳມີ່.
  • ອາຫານຂອງຜີຝຣັ່ງມັກກິນແຊນວິດ, ແຮມເບີເກີ.
  • ຜີຝຣັ່ງຢ້ານແສງແດດ, ມັກນອນຢູ່ໃນໂລງສົບຂອງໂຕເອງ.
  • ຜີຝຣັ່ງມັກຫຼິ້ນກິລາ.

ໃຜທີ່ຄິດວ່າ ຜີລາວ ແລະຜີຕ່າງປະເທດ ມີຄວາມແຕກຕ່າງກັນຫຼາຍກວ່ານີ້ ຄອມເມັ້ນມາໄດ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...