ບໍລິສັດ ABB ຈາກໄທ ຈັດສຳມະນາ ໃຫ້ຄວາມຮູ້ດ້ານເທັກໂນໂລຊີທີ່ທັນສະໄໝແກ່ນັກວິຊາການລາວ

ບໍລິສັດ ABB ປະເທດໄທ ຈຳກັດ ຈັດສຳມະນາພາຍໃຕ້ຫົວຂໍ້ “ເຮົາຈະກ້າວໄປຮູ້ການພັດທະນາໃນດ້ານອຸດສາຫະກຳເຕັກໂນໂລຊີທີ່ທັນສະໄໝ” ແນໃສ່ເພື່ອເປັນການໃຫ້ຄວາມຮູ້ ແລະ ອັບເດດຂໍ້ມູນທາງດ້ານເນັກນິກທີ່ກ່ຽວຂ້ອງກັບອຸດສາຫະກຳໃນອະນາ ຄົດໃຫ້ຜູ້ທີ່ມີຄວາມສົນໃຈໂດຍສະເພາະຜູ້ປະກອບການໄດ້ຮັບຮູ້ ເຂົ້າໃຈ ແລະ ກ້າວໄປສູ່ການພັດທະນາຮ່ວມກັນໃນຕໍ່ໜ້າ.

ສໍາມະນາດັ່ງກ່າວຈັດຂຶ້ນທີ່ທ້າຍອາທິດຜ່ານມາ, ທີ່ໂຮງແຮມຄຣາວພາຊາ ໂດຍເປັນປະທານຂອງທ່ານ ໄຊຢົດ ປິຍະວັນນະຣັດ ກຳມະການຜູ້ຈັດການບໍລິສັດ ABB ປະຈຳປະເທດໄທ ມຽນມາ ກຳປູເຈຍ ແລະ ລາວ ມີ ທ່ານ ພູມມີ ເນຕິບັນດິດ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ຜະລິດ ໄຟຟ້າລາວ ມະຫາຊົນ ທ່ານ ກິຕິກອນ ກຳນາຣາຍ ຜູ້ຊ່ວຍຜູ້ຈັດການຝ່າຍການຕະຫຼາດບໍລິສັດ ABB ປະຈຳລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ກິຕິກອນ ກຳນາຣາຍ ໄດ້ກ່າວວ່າ: ບໍລິສັດ ABB ເປັນຜູ້ນຳ ພາເຕັກໂນໂລຊີທີ່ກ້າວໜ້າໃນຂົວໄຟຟ້າ ຜະລິດຕະພັນໄຟຟ້າ ອຸດ ສາຫະກຳ ແລະ ຫຸ່ນຍົນ ລວມທັງການເຄື່ອນໄຫວບໍລິການລູກຄ້າໃນດ້ານອຸດສາຫະກຳ ການຂົນສົ່ງ ແລະ ໂຄງລ່າງຟື້ນຖານທົ່ວ ໂລກ ບໍລິສັດສ້າງມາໄດ້ຫຼາຍກວ່າ 130 ປີ ແລະ ໄດ້ດຳເນີນໃນ 100 ກວ່າປະເທດ ສະນັ້ນ ABB ຈຶ່ງມີຄວາມມຸ້ງໝັ້ນໃນການນຳໃຊ້ເຕັກນິກທາງເຕັກໂນໂລຊີທີ່ທັນສະໄໝ ແລະ ມີມາດຖານມາໃຊ້ໃນລາວ ເປັນຕົ້ນ ອຸປະກອນໄຟຟ້າໃນຄົວເຮືອນ ອຸປະກອນໄຟຟ້າໃນອຸດສາຫະກຳ ມີນະວັດຕະກຳໃນການໃຊ້ຫຸ່ນຍົນມາແທນການໃຊ້ແຮງງານຄົນ.

ສຳລັບໃນງານຄັ້ງນີ້ ABB ໄດ້ນຳເອົາອຸປະກອນຢ່າງຫຼວງຫຼາຍມາຈັດວາງສະແດງ ແລະ ເຝີກອົບຮົມໃຫ້ບັນດາ ນັກວິຊາການໃນລາວ ເພື່ອຮຽນຮູ້ຂໍ້ມູນໃໝ່ໆ ໂດຍສະເພາະແມ່ນເຕັກໂນໂລຊີຮຸ່ນໃໝ່ທີ່ໃຊ້ເຂົ້າໃນຂະແໜງການຜະລິດໄຟຟ້າ ບໍ່ແຮ່ ແລະ ຂະແໜງການອຸດສາຫະກຳອື່ນໆ.
Cr.Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,