ສາທຸ! ທາດຫມາກໂມ ແຫ່ງເມືອງມໍລະດົກໂລກ ຖືກປະຕິສັງຂອນສຳເລັດແລ້ວ!

ພຣະທາດຫມາກໂມ ວັດວິຊຸນນະຣາຊ ນະຄອນຫລວງພຣະບາງ ໄດ້ຮັບການປະຕິສັງຂອນເປັນໄປຕາມແຜນທີ່ກຳນົດໄວ້.

ການບູລະນະຮັກສາວັດທະນະທຳໃນ ສປປລາວ ພາຍໃຕ້ຂອບກອງທຶນ ເອກອັກຄະລັດຖະທູດແຫ່ງ ປະເທດສະຫະລັດອາເມຣິກາ ປະຈຳ ສປປລາວ ເພື່ອການອະນຸລັກວັດທະນະທຳ.

ໂປຣແກມດັ່ງກ່າວໄດ້ຊ່ວຍໃນການຟື້ນຟູ ປະຕິສັງຂອນ ອາຄານປະຫວັດສາດ.

ການປະເມີນຜົນ ແລະ ການອະນຸລັກວັດຖຸບູຮານທີ່ເກົ່າແກ່ຢູ່ໃນຫໍພິພິທະພັນ ແລະ ການອະນຸລັກສະຖານທີ່ບູຮານຕ່າງໆ.

ການເຮັດສຳເນົາ ເອກະສານຈະຊ່ວຍ ບັນທຶກໃນການເກັບຮັກສາ ສິນລະປະຫັດຖະກໍາພື້ນເມືອງແບບດັ້ງເດີມ ທີ່ຈະຖືກສູນຫາຍໄປ.
#insidelaos
#ອິນໄຊລາວ
Cr.Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

1 ຄວາມ​ຄິດ​ເຫັນ

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.