ພາຍຫຼັງທີ່ລະດັບນໍ້າໄດ້ຫຼຸດລົງກັບສູ່ສະພາບປົກກະຕິ.ບັນດາທີມງານໄດ້ຕະລຸມບອນກວດ, ກູ້ລະເບີດໃນສະຖານທີ່ກໍ່ສ້າງບ່ອນພັກຊົ່ວຄາວ ໃຫ້ຜູ້ປະສົບໄພ ໃນ 03 ບ້ານ ເມືອງສະຫນາມໄຊ ແຂວງອັດຕະປື (UXO Lao Clearance teams on sites in three villages, Sanamxay District, Attapue)"Cr.Sourioudong Sundara
ແນໃສ່ເຮັດໃຫ້ການສົ່ງເສີມການຜະລິດມີປະສິດທິຜົນ, ຫັນການຜະລິດໄປສູ່ຮູບໃໝ່ທີ່ສາມາດດຳເນີນການຜະລິດໃນພື້ນທີ່ກວ້າງ ແລະສົ່ງເສີມການຜະລິດໃຫ້ໄດ້ປະລິມານຫຼາຍ, ຮັບປະກັນດ້ານຄຸນນະພາບ, ທີ່ສຳຄັນຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ດັ່ງນັ້ນໃນປີ 2019 ກະຊວງກະສິກໍາ ແລະປ່າໄມ້ຈຶ່ງສຸມໃສ່ 71 ໂຄງການມູນຄ່າ 128,70 ລ້ານໂດລາ ໃສ່ເຂດຈຸດສຸມຂອງບັນດາແຂວງທົ່ວປະເທດ.
ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ໄດ້ລາຍງານໃຫ້ຮູ້ໃນບົດສະຫຼຸບສັງລວມຕີລາຄາຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈຳປີ 2018 ແລະທິດທາງແຜນການປະຈຳປີ 2019 ຜ່ານມາວ່າ:...
ວັນທີ
11 ເມສາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ
ໄດ້ຕ່າງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຮັບເຄື່ອງຊ່ວຍເຫຼືອ ຈາກລັດຖະບານແຫ່ງ ສ ເກົາຫຼີ
ມູນຄ່າ 600.000 ໂດລາສະຫະລັດ, ໃນນັ້ນ ເງິນສົດ 300.000 ໂດລາ
ແລະ 300.000 ໂດລາ ແມ່ນຈະຊ່ວຍເປັນອຸປະກອນປ້ອງກັນພະຍາດໂຄວິດ-19
ໂດຍຕາງໜ້າລັດຖະບານ
ສ...
ໃນວັນທີ 08 ເມສາ 2020 ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ (ທະນາຄານໄອຊີບີຊີ) ໄດ້ດໍາເນີນການຈັດຊື້ອຸປະກອນການແພດຢ່າງຮີບດ່ວນ ແລະ ຂົນສົ່ງທາງໄກ ເພື່ອມອບໃຫ້ກະຊວງສາທາລະນະສຸກຂອງ ສປປ ລາວ. ອຸປະກອນການແພດມີມູນຄ່າທັງໝົດປະມານ 120.000 ໂດລາສະຫະລັດ, ລວມມີຜ້າອັດປາກອະນາໄມສໍາລັບທາງການແພດ 150.000 ອັນ, ເຄື່ອງກວດຫາເຊື້ອໄວຣັດ 2 ເຄື່ອງ, ເຊິ່ງອຸປະກອນການແພດດັ່ງກ່າວຈະຈະນໍາໃຊ້ເຂົ້າເພື່ອຊ່ວຍລັດຖະບານລາວໃນການສະກັດກັ້ນ ແລະ ຕ້ານພະຍາດ COVID-19.
ໃນວັນທີ 24 ມີນາ 2020, ສປປ ລາວ ໄດ້ປະກາດເປັນທາງການວ່າມີຜູ້ຕິດເຊື້ອ COVID-19 ຄົນທໍາອິດ, ພະນະທ່ານສີຈິ້ນຜິງ ເລຂາທິການໃຫຍ່ ສປ ຈີນ ໄດ້ມີຄວາມຫ່ວງໃຍເປັນຢ່າງຍິ່ງຕໍ່ກັບຄວາມຫຍຸ້ງຍາກໃນການຄວບຄຸມ ແລະ ປ້ອງກັນການລະບາດຂອງ COVID-19 ຢູ່ສປປ ລາວ, ທ່ານໄດ້ມີຄໍາສັ່ງໃຫ້ຈັດຕັ້ງຄະນະຊ່ຽວຊານເພື່ອໄປເຮັດວຽກຊ່ວຍ ສປປ ລາວ ໃຫ້ໄວທີ່ສຸດ, ພ້ອມທັງໄດ້ຊ່ວຍເຫຼືອອຸປະກອນການແພດ, ໂດຍອີງຕາມສະພາບຈໍາເປັນຕົວຈິງຂອງລາວ ຝ່າຍຈີນຈະສືບຕໍ່ໃຫ້ການສະໜັບສະໜັບໜູນ ແລະ ຊ່ວຍເຫຼືອຢ່າງຮອບດ້ານ.
ຫຼັງຈາກມີການປະການຂ່າວຢ່າງເປັນທາງການກ່ຽວກັບ COVID-19 ໃນລາວ, ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ກໍ່ໄດ້ປະສານງານກັບກະຊວງສາທາລະນະສຸກທັນທີ, ເພື່ອເກັບກໍາສະພາບການການລະບາດໃນປັດຈຸບັນ ແລະ ຄວາມຕ້ອງການດ້ານອຸປະກອນການແພດ, ແລະ ລາຍງານສໍານັກງານໃຫຍ່ຂອງທະນະຄານທັນທີ. ໃນເວລາດຽວກັນນັ້ນ, ການລະບາດຂອງພະຍາດ COVID-19 ກໍ່ໄດ້ຂະຫຍາຍໄປທົ່ວໂລກ, ທະນາຄານ ໄອຊີບີຊີ ໄດ້ວາງແຜນຊ່ວຍເຫຼືອວຽກງານການຕ້ານ COVID-19 ຢູ່ຕ່າງປະເທດຢ່າງຕັ້ງໜ້າ, ຫຼັງຈາກໄດ້ຮັບຮູ້ກ່ຽວກັບສະພາບການຢູ່ ສປປ ລາວ, ກໍ່ໄດ້ຈັດປະເທດລາວເຂົ້າໃນລາຍຊື່ເປົ້າໝາຍທີ່ຈະມອບເຄື່ອງຊ່ວຍເຫຼືອ, ແລະ ຊ່ວຍຊອກຫາແຫຼ່ງຈໍາໜ່າຍອຸປະກອນ ແລະ ເສັ້ນທາງການຂົນສົ່ງ.
ທະນາຄານ ໄອຊີບີຊີ ໄດ້ປຸກລະດົມສາຂາທົ່ວ ສປ ຈີນ ເພື່ອຊ່ວຍຊອກຫາແຫຼ່ງຈໍາໜ່າຍອຸປະກອນ, ແຕ່ລະສາຂາກໍ່ໄດ້ຕອບສະໜອງຢ່າງຕັ້ງໜ້າ, ພາຍໃນ 01 ມື້ ສາຂາຈ່ຽງຊີກໍ່ສາມາດຈັດຊື້ຜ້າອັດປາກອະນາໄມສໍາລັບທາງການແພດໄດ້ 150.000 ອັນ. ພາຍໃຕ້ການປະສານງານຊ່ວຍເຫຼືອຈາກສໍານັກງານໃຫຍ່, ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ແລະ ສາຂາຈ່ຽງຊີ ສາມາດປະສານງານກັນໄດ້ຢ່າງວ່ອງໄວ, ເຮັດໃຫ້ການຈັດຊື້ ແລະ ການຂົນສົ່ງຜ່ານໄປໄດ້ຢ່າງລຸລ່ວງ.
ທີ່ມາ: Media Laos