Tuesday, March 18, 2025

ປະເທດ ຕ້ອງການງົບປະມານຫລາຍກວ່າ 4 ພັນຕື້ກີບ ເພື່ອຟື້ນຟູຫລັງໄພພິບັດ

ລັດຖະບານ ແຫ່ງ ສປປ ລາວ ຕ້ອງການງົບປະມານຫລາຍກວ່າ 4.400 ຕື້ກີບ ເພື່ອມາສ້ອມແປງ, ຟື້ນຟູສິ່ງທີ່ຖືກກະທົບ ແລະ ເສຍຫາຍ ຫລັງໄພພິບັດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ໃນນີ້ ຂະແໜງການໂຄງລ່າງພື້ນຖານຕ້ອງການເຖິງ 2,4 ຕື້ກວ່າກີບ.

ຂໍ້ມູນດັ່ງກ່າວ, ແມ່ນອີງຈາກການປະເມີນທີ່ລັດຖະບານລາວ ກໍຄື ບັນດາຂະແໜງການທີ່ກ່ຽວ ຂ້ອງ ທີ່ເຮັດຮ່ວມກັບຄູ່ຮ່ວມງານສາກົນ, ຊຶ່ງໄດ້ຮັບການລາຍງານຢູ່ໃນກອງປະຊຸມສະຫລຸບຖອດຖອນບົດຮຽນການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ໃນວັນທີ 26 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອສະຫລຸບລາຍງານສະພາບຄວາມຜົນກະທົບ, ການຈັດຕັ້ງປະຕິບັດໃຫ້ການຊ່ວຍເຫລືອສຸກເສີນ ແລະ ແຜນການຟື້ນຟູບູລະນະຫລັງໄພພິບັດ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະ ເພາະກິດແກ້ໄຂໄພພິບັດລະດັບຊາດ ໂດຍການເຂົ້າຮ່ວມຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ. ນອກຈາກນີ້, ກໍເພື່ອເປັນການປຶກສາຫາລື, ແລກປ່ຽນຖອດຖອນບົດຮຽນ ທັງດ້ານດີ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໃຫ້ການຊ່ວຍເຫລືອ ທັງໄລຍະສຸກເສີນ ແລະ ການຟື້ນຟູຫລັງໄພພິບັດ ເປັນຕົ້ນແມ່ນ ກົນໄກການຈັດຕັ້ງປະຕິບັດ ແລະ ການປະສານງານໃຫ້ການຊ່ວຍເຫລືອສຸກເສີນ.
Cr.https:facebook.com/421087478095038
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.