ສື່ມວນຊົນລາວ ໄດ້ຮັບການຍົກລະດັບການຂຽນຂ່າວ ທາງອອນລາຍ.

ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບສະຖາບັນສື່ມວນຊົນ ໂຟໂຈ ຈັດຊຸດຝຶກອົບຮົມ ການຂຽນຂ່າວທາງອອນລາຍ ໄລຍະສັ້ນ 4 ວັນ ລະຫວ່າງ ວັນທີ 26-29 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ, ໃຫ້ບັນດາສື່ມວນຊົນທຸກຂະ ແໜ່ງການອ້ອມຂ້າງສູນກາງ, ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.


ຊຸດຝຶກອົບຮົມຄັ້ງນີ້, ສໍາມະນາກອນຈະໄດ້ຮຽນຮູ້ ຄວາມຈຳເປັນໃນການນຳໃຊ້ພື້ນທີ່ດີຈີຕອນ, ອົງປະກອບພື້ນຖານສຳລັບການເລົ່າເລື່ອງ, ທັກສະໃນການວາງຮູບແບບການເລົ່າເລື່ອງ, ທັກສະການສຳພາດ, ທັກສະ, ວິທີເຄັດລັບການເລົ່າເລື່ອງ, ການນຳໃຊ້ໂທລະສັບມືຖື ເພື່ອເຮັດວິດີໂອ, ພາບສະໄລໂຊ ແລະ ການເຮັດວິດີໂອສັ້ນ. ນອກນັ້ນ, ຍັງຈະໄດ້ຮຽນຮູ້ ເຄັດລັບການນໍາໃຊ້ ສື່ສັງຄົມອອນລາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ອື່ນໆ.
#insidelaos
#ອິນ​ໄຊ​ລາວ
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...