ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະຫລອງວັນຊາດ

ຫວ່າງບໍ່​ດົນ​ມານີ້, ທີ່​ສະຖານ​ເອກອັກ​ຄະ​ຣາຊະທູດ​ໄທ ປະຈຳ ສປປ ລາວ, ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ ເນື່ອງ​ໃນໂອກາດວັນຊາດ​ໄທ, ໃຫ້ກຽດເຂົ້າຮ່ວມຂອງ​ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ​ ນາງ​ ຄຳ​ເພົາ ​ເອີນ​ທະ​ວັນ ຮອງ​ລັດຖະມົນຕີ ​ກະຊວງການ​ຕ່າງປະ​ເທດ ມີບັນດາ ຮອງລັດຖະມົນຕີ,  ທູຕານຸທຸດ ແລະ ຜູ້​ຕາງໜ້າ ອົງການຈັດຕັ້ງສາກົນ,  ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດ​ດັ່ງ​ກ່າວ, ທ່ານ ກຽດ​ຕິ​ຄຸນ ຊາດ​ປະ​ເສີດ ​ເອກ​ອັກຄະຣາຊະທູດ​ໄທ ​ປະຈຳ ສປປ ລາວ ​ໄດ້​ກ່າວ​ວ່າ: ວັນ​ທີ 5 ທັນວາ ຂອງ​ທຸກປີ ນອກ​ຈາກ​ວັນຊາດ​ແລ້ວ ຍັງ​ເປັນວັນສະເຫລີມ ພະຊົນມະພັນສາ ຂອງພະບາດສົມເດັດ ພະປະຣະມິນທະຣະມະຫາພູມິພົນ ອະດຸນຍະເດດ ບໍຣົມມະນາດບໍພິດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ນຳ​ອີກ.

ທ່ານ ກຽດ​ຕິ​ຄຸນ ຊາດ​ປະ​ເສີດ ກ່າວ​ຕື່ມ​ວ່າ: ໄທ ແລະ ລາວ ປຽບ​ເໝືອນ​ຍາດ​ສະ​ໜິດ​ມິດ​ສະຫາຍ, ມີ​ວິຖີ​ຊີວິດ, ວັດທະນະທຳຮ່ວມ​ກັນ ​ແລະ ມີ​ຄວາມ​ເຂົ້າ​​ເຂົ້າ​ໃຈ​ກັນ. ສ່ວນ​ໃນ​ລະດັບ​ລະຫວ່າງ​ປະ​ເທດ​ ຄວາມ​ສຳພັນ​ທາງ​ການ​ທູດ​ ໄດ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ ລະຫວ່າງ​ໄທ-ລາວ ​ມີ​​ຄວາມ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ ​ແລະ ​ເປັນ​ຮູບ​ປະ​ທຳ​ໃນ​ທຸກ​ລະດັບ, ມີ​ການ​ແລກປ່ຽນ​ກັນ​ໃນ​ລະດັບ​ສູງ​ ຢ່າງ​ຕໍ່​ເນື່ອງ. ນອກຈາກ​ນີ້, ປະ​ເທ​ດລາວ ​ແລະ ​ໄທ ມີຄວາມເຊື່ອມໂຍງຢ່າງໃກ້ຊິດ ທັງດ້ານໂຄງສ້າງພື້ນຖານ ທາງກາຍະພາບ, ດ້ານການເງິນ ແລະ ດ້ານພົນລະເມືອງ ສະ​ແດງ​ອອກມູນຄ່າ ດ້ານການຄ້າລະຫວ່າງ ໄທ ແລະ ລາວ ປະມານ 5 ພັນລ້ານໂດລາສະຫະລັດຕໍ່ປີ ແລະ ມີແນວໂນ້ມເພີ່ມສູງຂຶ້ນ.

ໄທເປັນແຫລ່ງນຳເຂົ້າອັນດັບໜຶ່ງ ແລະ ເປັນຕະຫລາດສົ່ງອອກ ອັນດັບສອງຂອງ ສປປ ລາວ, ເຊິ່ງນັກລົງທຶນໄທ ເປັນນັກລົງທຶນຕ່າງປະເທດ ອັນດັບ 3 ທີ່ເຂົ້າມາລົງທຶນຢູ່ ສປປ ລາວ ສ່ວນຫລາຍແມ່ນການລົງທຶນ ພັດທະນາໂຄງການຜະລິດ ກະແສໄຟຟ້າ ທັງເປັນຜູ້ຊື້ໄຟຟ້າລາຍໃຫຍ່ ອັນດັບໜຶ່ງຈາກລາວ. ນອກຈາກນີ້, ສອງປະເທດລາວ ແລະ ໄທ ຍັງຮ່ວມມືກັນດ້ານ ການເຊື່ອມໂຍງ ລະບົບຄົມ ມະນາຄົມຂົນສົ່ງ ແລະ ໂລຈິດສຕິກພາຍໃນ ພາກພື້ນລຸ່ມແມ່ນ້ຳຂອງ ແລະ ປະເທດອາຊຽນ.

#insidelaos

Cr.KPL

ຮູບ​ປະ​ກອບ: BigblueAgencylaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,