Friday, March 21, 2025

ໂຢ້ໂຢ ນາງ​ສາວ Miss Tourism Queen ກຽມເດີນທາງໄປເຜີຍແຜ່ວັດທະນະທໍາໃນເວທີສາກົນ

ນາງ ວານິພອນ ພູມີໄຊ (ໂຢໂຢ້) ອາຍຸ 23 ປີ ຈາກນະຄອນ ຫລວງວຽງຈັນ ໄດ້ຮັບມົງກຸດເພັດ ໄປຄອງ ແລະ  ເປັນຕົວແທນແມ່ຍິງ ລາວໄປເຜີຍແຜ່ວັດທະນະທໍາ ແລະ  ທ່ອງທ່ຽວລາວ ໃນເວທີການປະ ກວດນາງສາວ ທ່ອງທ່ຽວ ສາກົນ (Miss Tourism Queen Internationnal 2019) ທີ່ປະເທດ ໄທໃນຕົ້ນປີໜ້າ ພາຍຫລັງສໍາເລັດ ການປະກາດຜົນເປັນທີ່ຮຽບຮ້ອຍ ແລ້ວ ສໍາລັບເວທີປະກວດທູດວັດ ທະນະທໍາລາວແດນຈໍາປາ Miss Tourism Queen Laos 2018.

ວານິພອນ ພູມີໄຊ (ໂຢໂຢ້) ໄດ້ ເລົ່າປະສົບການສູ່ຟັງວ່າ:  ຕອນປະກາດຜົນພຽງແຕ່ໄດ້ຍິນຄໍາວ່າ ຕົວແທນຈາກນະຄອນຫລວງວຽງຈັນ ໄດ້ຮັບຕໍາແໜງ  ແລະ ເປັນວິນາທີທີ່ ບໍ່ຫນ້າເຊື່ອເລີຍ ໃນເບື້ອງຕົ້ນໄດ້ ບອກຕົນເອງວ່າ ມາຮອດຈຸດນີ້, ບໍ່ມີຫຍັງໃຫ້ເສຍດາຍເລີຍ ເຖິງຈະໄດ້ຮັບ ມົງກຸດໃດກໍຕາມ ໂດຍສະເພາະມົງກຸດກັນລະຍາລ້ານຊ້າງ ຫລື ມົງກຸດມະນີຈຳປາ ກໍຖືວ່າໄດ້ ເປັນຕົວແທນປະເທດແລ້ວໃນການ ເຮັດຫນ້າທີ່ອັນສຳຄັນດ້ວຍກັນທັງນັ້ນ ແຕ່ແນວໃດກໍດີ ເມື່ອຜົນອອກມາຢ່າງເປັນເອກະພາບພົບວ່າຕົນເອງ ໄດ້ຮັບຕໍາແໜ່ງອັນຊົງກຽດນີ້  ໂຢໂຢ້ ສັນຍາວ່າ ຈະເຮັດໜ້າທີ່ຂອງໂຕເອງ ໃນການເປັນນາງງາມທູດ ວັດທະນະທຳແດນຈຳປາ ໃຫ້ດີທີ່ສຸດ ແລະ ເພື່ອເປັນຕົວແທນປະເທດ ລາວໄປປະກວດໃນເວທີສາກົນ ກໍຄື Miss Tourism Queen International 2019 ທີ່ປະເທດໄທ ໃນ ເດືອນພຶດສະພາທີ່ຈະເຖິງນີ້ ໂຢໂຢ້ ຈະບໍ່ຢຸດພັດທະນາຕົນເອງ ແລະ ຈະນຳເອົາວັດທະນະທຳ ປະເພນີອັນດີ ງາມຂອງລາວເຮົາໄປເຜີຍແຜ່ໃຫ້ ຊາວລາວໄດ້ຮັບຮູ້ເຂົ້າໃຈ ແລະ ພູມ ໃຈ ປັດຈຸບັນນີ້ ກຳລັງຝຶກຝົນທັກສະດ້ານຕ່າງໆ ຢ່າງຮອບດ້ານບໍ່ວ່າຈະເປັນທາງດ້ານພາສາ ແລະ ຄວາມສາມາດພິເສດຕ່າງໆ ເພື່ອກຽມພ້ອມໃນການເກັບໂຕ ແລະ ເຮັດກິດຈະກຳຫລາຍໆຢ່າງຮ່ວມກັບຕົວແທນຈາກ ທຸກໆປະເທດເຂົ້າຮ່ວມ  ແຕ່ທີ່ສໍາຄັນ ທີ່ຂາດບໍ່ໄດ້ຕອນນີ້ກໍຄືການສຶກສາ ແລະ ຊອກຮູ້ຂໍ້ມູນເພີ່ມເຕີມດ້ານວັດ ທະນະທຳ ແລະ ປະເພນີອັນດີງາມຂອງ ລາວເຮົາ ເພື່ອເຮັດໃຫ້ໝູ່ນາງງາມ ຈາກທົ່ວໂລກໄດ້ຊື່ນຊົມ ແລະ ຍົກຍ້ອງ ວັດທະນະທຳຂອງປະເທດລາວ.

ວານິພອນ ຍັງໃຫ້ຮູ້ຕື່ມວ່າ:  ໃນນາມຕົວແທນຄົນລາວໄປເຜີຍແຜ່ ວັດທະນະທໍາລາວໃນເວທີ່ສາກົນ ຄິດວ່າທຸກໆສະຖານທີ່ທ່ອງທ່ຽວໃນລາວ ແມ່ນມີເລື່ອງລາວ ແລະ ຄວາມເປັນມາທີ່ໜ້າສົນໃຈ, ແຕ່ທີ່ ຂາດບໍ່ໄດ້ຖ້າທ່ານໃດໄດ້ມາເຖິງ ເມືອງລາວແລ້ວ ກໍຕ້ອງເຊີນຊວນ ໄປກາບໄຫວ້ພະທາດຫລວງວຽງ ຈັນ, ຢ້ຽມຊົມສະຖານທີ່ທ່ອງທ່ຽວທຳມະຊາດ ແລະ ເມືອງມໍລະດົກໂລກ ທີ່ນະຄອນຫລວງພະບາງ, ໄປຢາມວັດພູຈຳປາສັກ ໜຶ່ງໃນມໍ ລະດົກໂລກອັນລ້ຳຄ່າ ແລະ ອື່ນໆ ອີກຫລາກຫລາຍ ດັ່ງຄຳວ່າ ປະ ເທດລາວ ສວຍງາມຮັ່ງມີ “Lao Simply beautiful”.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່