ແນວ​ລາວ​ສ້າງ​ຊາດ ກຽມ​ເປີດກອງປະຊຸມພົບປະຜູ້ຊົງຄຸນວຸດທິ ບັນດາຊົນເຜົ່າທົ່ວປະເທດ ຄັ້ງທີ III

 ຢູ່​ສຳ­ນັກ­ງານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຈັດ​ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ­ຊຸມ​ພົບ​ປະ ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ​ຊົນ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ III ເຊິ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ທັນ­ວາ 2018 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ກຽດ​ຖະ­ແຫຼງ​ຂ່າວ​ໂດຍ​ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະ­ຫວັນ ຮອງ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ບັນ­ດາ​ສື່​ມວນ​ຊົນ​ທຸກ​ພາກ­ສ່ວນ​ເຂົ້າ​ຮ່ວມ.

    ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະ­ຫວັນ ກ່າວ​ວ່າ: ທ່າມ­ກາງ​ບັນ­ຍາ­ກາດ​ທີ່​ທົ່ວ​ພັກ ທົ່ວ​ລັດ ທົ່ວ​ກຳ­ລັງ​ປະ­ກອບ​ອາ­ວຸດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ມີ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ ທີ່​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ເມືອງ​ວຽງ​ໄຊ ເຂດ​ທີ່​ໝັ້ນ​ຂອງ​ການ​ປະ­ຕິ­ວັດ​ລາວ ຄົບ­ຮອບ 50 ປີ ວັນ​ສະ­ຖາ­ປະ­ນາ ສປປ ລາວ ຄົບ­ຮອບ 43 ປີ ແລະ ກະ­ກຽມ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ ວັນ​ຄ້າຍ​ວັນ​ເກີດ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຜູ້­ນຳ​ທີ່​ແສນ​ເຄົາ­ລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ຄົບ­ຮອບ 98 ປີ ວັນ​ສ້າງ­ຕັ້ງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ຄົບ­ຮອບ 70 ປີ ຄື​ວັນ​ທີ 20 ມັງ­ກອນ 2018 ທີ່​ຈະ​ມາ​ເຖິງ​ນີ້ ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ ໄດ້​ມີ​ມະ­ຕິ​ຕົກ­ລົງ​ວ່າ​ດ້ວຍ​ການ​ອະ­ນຸ­ມັດ​ຈັດ​ຕັ້ງ​ກອງ​ປະ­ຊຸມ​ພົບ​ປະ ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ​ຊົນ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ III ຕາມ​ແຜນ­ການ ແລະ ໄດ້​ມີ​ການ​ແຈ້ງ​ຂ່າວ​ໃນ​ເບື້ອງ​ຕົ້ນ ກອງ​ປະ­ຊຸມ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ສິງ­ຫາ 2018 ແຕ່​ເນື່ອງ​ຈາກ​ສະ­ພາບ​ດິນ​ຟ້າ​ອາ­ກາດ ບໍ່​ອຳ­ນວຍ​ເຫດ­ການ​ທີ່​ບໍ່​ເພິ່ງ​ປາ­ຖະ­ໜາ​ໄດ້​ເກີດ​ຂຶ້ນ ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ 2018 ທີ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື.

    ກອງ​ປະ­ຊຸມ​ຈະ​ໄດ້​ສະ­ຫຼຸບ​ຕີ​ລາ­ຄາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຜົນ​ກອງ​ປະ­ຊຸມ​ພົບ​ປະ​ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ II (ປີ 2015-2018) ຮັບ​ຟັງ​ບົດ​ປະ­ກອບ​ຄຳ​ເຫັນ​ຈາກ​ຕາງ­ໜ້າ​ຂະ­ແໜງ­ການ​ຢູ່​ຂັ້ນ​ສູນ​ກາງ ແລະ ຫ້ອງ​ຖິ່ນ ບົດ­ຮຽນ​ຕົວ​ແບບ​ດີ­ເດັ່ນ​ໃນ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ແກ້​ໄຂ​ຄວາມ­ທຸກ​ຍາກ ການ​ຜະ­ລິດ​ສິນ­ຄ້າ ການ​ພັດ­ທະ­ນາ​ຂອງ​ບາງ​ຊົນ­ເຜົ່າ ແລະ ບົດ​ປະ­ກອບ​ຄຳ​ເຫັນ​ຂອງ​ຜູ້­ຕາງ­ໜ້າ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ­ປະ­ເທດ ກອງ​ປະ­ຊຸມ​ຄັ້ງ​ນີ້ ສະ­ຫາຍ​ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ ແຫ່ງ ສປປ ລາວ ຈະ​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ພົບ​ປະ​ໂອ້​ລົມ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ດັ່ງ­ກ່າວ​ຕໍ່​ບັນ­ດາ​ທ່ານ​ຜູ້​ແທນ​ກອງ​ປະ­ຊຸມ ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ຊຸມ​ປີ​ຕໍ່­ໜ້າ ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ມີ​ຕົວ​ແທນ​ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ­ເຜົ່າ​ເຂົ້າ​ຮ່ວມ 49 ຊົນ­ເຜົ່າ​ໃນ​ທົ່ວ​ປະ­ເທດ ລວມ 500 ກວ່າ​ທ່ານ ຊຶ່ງ​ມາ​ຈາກ​ບັນ­ດາ​ແຂວງ-ນະ­ຄອນ­ຫຼວງ ຈາກ​ກະ­ຊວງ ອົງ­ການ​ອ້ອມ​ຂ້າງ​ສູນ​ກາງ ຕົວ​ແທນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ­ປະ­ເທດ 34 ທ່ານ ທີ່​ມາ​ຈາກ​ອາ​ເມ​ຣິ​ກາ ຝຣັ່ງ ກາ​ນາ​ດາ ອົດ​ສະ​ຕຣາ​ລີ ຍີ່­ປຸ່ນ ນິວ​ຊີ​ແລນ ສະ​ວິດ ແບນ​ຊິກ ອັງ­ກິດ ແລະ ໂອ​ຕຣິດ.

    ກອງ​ປະ­ຊຸມ​ຈະ​ເຊື້ອ​ເຊີນ​ເອົາ​ອະ­ດີດ​ການ​ນຳ​ຈາກ​ຂະ­ແໜງ­ການ ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ ກຳ­ມະ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຄອບ­ຄົວ​ການ​ນຳ ນັກ​ການ​ທູດ​ອາ­ວຸ­ໂສ ອົງ­ການ​ສາ­ສະ­ໜາ ແລະ ຕົວ​ແທນ​ຈາກ​ສາ­ຂາ​ອາ­ຊີບ​ຕ່າງໆ​ເຂົ້າ​ຮ່ວມ 400 ກວ່າ​ທ່ານ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຄັ້ງ​ນີ້ ປະ­ມານ 900 ກວ່າ​ທ່ານ.

ພາບ​ປະ​ກອບ: https://www.herworks.la

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,