ຂໍຂອບໃຈນຳຜູ້ສະໜັບສະໜູນ

ຂໍ​ແຈ້ງ​ຂ່າວ​ດີ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ຄ້າ­ຂາຍ ພະ­ນັກ­ງານ ທະ­ຫານ ແລະ ຕຳ­ຫຼວດ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ຊາບ​ທົ່ວ​ເຖິງ​ກັນ​ວ່າ: ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ໂຮງ­ໝໍ​ແຂວງ​ຢຸນ​ນານ ສປ ຈີນ ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈະ​ໄດ້​ເປີດ​ບໍ​ລິ​ການ­ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນ ໂດຍ​ບໍ່​ໄດ້​ເສຍ​ຄ່າ​ຂຶ້ນ​ທີ່​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ບ້ານ​ທົ່ງ​ປົ່ງ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 17-21 ທັນ­ວາ 2018 ເຊິ່ງ​ກິດ­ຈະ­ກຳ​ຄັ້ງ​ນີ້​ໂດຍ​ແມ່ນ​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ​ສົມ­ທົບ​ກັບ​ໂຮງ­ໝໍ​ແຂວງ​ຢຸນ​ນານ ສປ ຈີນ ຈັດ​ຂຶ້ນ ເພື່ອ​ການ​ສ້າງ​ໂອ­ກາດ​ໃຫ້​ແກ່​ຜູ້​ທີ່​ເຈັບ­ເປັນ ໄດ້​ເຂົ້າ​ເຖິງ​ການ​ປິ່ນ­ປົວ​ທີ່​ບໍ່​ໄດ້​ເສຍ​ຄ່າ​ບໍ­ລິ­ການ.

    ດັ່ງ­ນັ້ນ ຄະ­ນະ​ອຳ­ນວຍ​ການ​ສູນ​ປິ່ນ­ປົວ ແລະ ຮັກ­ສາ​ສຸ­ຂະ­ພາບ​ຕາ ຈຶ່ງ​ແຈ້ງ​ມາ​ຍັງ​ຜູ້​ທີ່​ຕ້ອງ​ການ­ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນ ສາ­ມາດ​ຕິດ­ຕໍ່​ພົວ­ພັນ​ມາ​ຍັງ​ເບີ​ໂທ 021 620473.

Hits: 4

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້