ເຂດເສດຖະກິດສະເພາະບໍ່ເຕນ ເຊັນ​ສັນ​ຍາ​ກັບ​ລາວ​ໂທ​ລະ​ຄົມ ເພື່ອ​ການ​ສື່​ສານ​ທີ່​ວ່ອງ​ໄວ ໃນ​ຍຸກ 4.0

ພິທີເຊັນສັນຍາ ຮ່ວມມືການໃຫ້ບໍລິການ ດ້ານໂທລະຄົມມະນາຄົມ ໃນເຂດເສດຖະກິດສະເພາະບໍ່ເຕນແດນງາມ ແຂວງຫລວງນ້ຳທາ ສປປ ລາວ ໄດ້ມີຂຶ້ນຫວ່າງບໍ່​ດົນ​ມານີ້ ທີ່ຄອນຫລວງວຽງຈັນ, ລະຫວ່າງ ທ່ານ ຈິດປະສົງ ໜູແກ້ວໄກສອນ ຮອງຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດລາວ ໂທລະຄົມມະນາຄົມ ແລະ ທ່ານ ນາງ ຢາງຢ້າຫົງ ຮອງຜູ້ອຳນວຍການ ກຸ່ມບໍ ລິສັດພັດທະນາ ເຂດເສດຖະກິດສະເພາະ ບໍ່ເຕນລາວຈຳກັດຈັດ, ​ໂດຍ​ມີ​ພາກສ່ວນ​ກ່ຽວ​ຂ້ອງ​ຂອງ ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ ເປັນ​ສັກຂີ​ພິຍານ.

ການລົງນາມໃນຄັ້ງນີ້, ບໍລິສັດລັດວິສາຫະກິດ ລາວໂທລະຄົມມະນາຄົມ ເປັນຜູ້ສະໜອງການໃຫ້ບໍລິການ ທາງດ້ານການສື່ສານ ໂທລະຄົມມະນາຄົມ ແບບຄົບວົງຈອນ ໃນເຂດເສດຖະກິດສະເພາະ ບໍ່ເຕນແດນງາມ ບ້ານບໍ່ເຕນ, ເມືອງນ້ຳທາ ແຂວງຫລວງນ້ຳທາ ເປັນເວລາ 5 ປີ ເພື່ອອຳນວຍຄວາມສະດວກ ທາງດ້ານພື້ນຖານໂຄງລ່າງການສື່ສານ ໂທລະຄົມມະນາຄົມ ທີ່ສະດວກສະບາຍ, ທັນສະໄໝ ແລະ ໄດ້ມາດຕະຖານ ໃຫ້ການຈັດຕັ້ງປະຕິບັດ ແຜນການພັດທະນາ ຂອງກຸ່ມບໍລິສັດພັດທະນາ ເຂດເສດຖະກິດ ສະເພາະບໍ່ເຕນລາວຈຳກັດ ໃຫ້ບັນລຸຕາມຈຸດປະສົງ ທີ່ວາງໄວ້ ໃນການຮ່ວມມືພັດທະນາ ໜຶ່ງແລວທາງໜຶ່ງ ເສດຖະກິດ ລະຫວ່າງສອງພັກ, ລັດ ລາວ-ຈີນ ທີ່ໄດ້ລົງນາມກັນໄວ້.

ລາວໂທລະຄົມ ຄືຜູ້ນຳໃນການໃຫ້ບໍລິການທາງດ້ານການສື່ສານ ໂທລະຄົມມະນາຄົມ ແບບຄົບວົງຈອນຜູ້ທຳອິດ ໃນ ສປປ ລາວ ນັບແຕ່ປີ1996ເປັນຕົ້ນມາ ຈົນ​ເຖິງປັດຈຸບັນ ສາມາດຕອບສະໜອງ ການບໍລິການລູກຄ້າ ທັງລະບົບໃຊ້ສາຍ ແລະ ບໍ່ມີສາຍ ໄດ້ຫລາຍກວ່າ 3,5ລ້ານຄົນ ໃນຂອບເຂດທົ່ວປະເທດ. ໃນປີ 2011ລາວໂທລະຄົມ ໄດ້ເປີດໃຫ້ບໍລິການ 4G ຢ່າງເປັນທາງການ, ເຊິ່ງເປັນບໍລິສັດທຳອິດ ໃນ ສປປ ລາວ ແລະ ເປັນປະເທດທີ 2ໃນຂົງເຂດອາຊີ ຕາເວັນອອກສ່ຽງໃຕ້ ຮອງຈາກສິງກະໂປ. ຈາກນັ້ນ, ໃນປີ 2017ລາວໂທລະຄົມ ໄດ້ເປີດໃຫ້ບໍລິການ 4,5G ໃນນະ ຄອນຫລວງວຽງຈັນ ແລະ ຂະຫຍາຍໄປສູ່ບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...