Monday, April 21, 2025

ເລີ່ມ​ແລ້ວ! ທາງ​ແຂວງ ໄຊຍະບູລີ ກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 13 ປະຈໍາປີ 2019

ໃນຕອນເຊົ້າຂອງວັນທີ 11 ທັນວາ 2018 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລືກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 13 ປະຈໍາປີ 2019, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີບັນດາຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າຄົນ.


ໃນກອງປະຊຸມ ທ່ານ ບຸນທັນ ເພັງສະກຸນ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄຊຍະບູລີ ສະບັບເລກທີ 1280/ຈຂ.ຊຍ, ລົງວັນທີ 7 ທັນວາ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການກະກຽມ ແລະ ຈັດງານມະຫາກໍາບຸນຊ້າງໄຊຍະບູລີ ປະຈໍາປີ 2019 ຈໍານວນ 22 ທ່ານ ແລະ ຮ່າງຂໍ້ຕົກລົງຂອງທ່ານ ຮອງເຈົ້າແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະກະກຽມ ແລະ ຈັດງານມະຫາກໍາບຸນຊ້າງໄຊຍະບູລີປະຈໍາປີ 2019 ຈໍານວນ 17 ທ່ານ, ເຊິ່ງແຕ່ລະທ່ານທີ່ຖືກແຕ່ງຕັ້ງ ມີສິດ ແລະ ໜ້າທີ່ຄື: ຈັດກອງປະຊຸມປຶກສາຫາລື ແລະ ສ້າງແຜນເຄື່ອນໄຫວຂອງຄະນະຮັບຜິດຊອບຊີ້ນໍາການກະກຽມເປັນແຕ່ລະໄລຍະ ເພື່ອລາຍງານຄວາມຄືບໜ້າຂອງບັນດາກິດຈະກໍາ, ກໍານົດຕາຕະລາງການຈັດງານບຸນດັ່ງກ່າວ, ອອກແບບໂລໂກງານມະຫາກໍາບຸນຊ້າງ, ກະກຽມເຮັດບົດຖະແຫຼງຂ່າວ, ບົດກ່າວຈຸດປະສົງ, ບົດລາຍງານການກະກຽມບຸນຊ້າງ, ບົດກ່າວເປີດ-ກ່າວປິດ, ບົດກ່າວງານລ້ຽງ, ບົດສະຫຼຸບລາຍງານຜົນສໍາເລັດ ຂອງການກະກຽມ ແລະ ຈັດງານມະຫາກໍາບຸນຊ້າງ ຄັ້ງທີ 13 ປີ 2019.

ກໍານົດມື້ຖະແຫຼງຂ່າວງານມະຫາກໍາບຸນຊ້າງ, ອອກແບບໃນການປະດັບປະດາເວທີໃຫ້ມີຄວາມສວຍງາມ ແລະ ມີຄວາມໝາຍ, ຄົ້ນຄົ້ວ ແລະ ອອກແບບຂອງທີ່ລະນຶກ, ກໍານົດແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງຮັບຜິດຊອບແຂກພາຍໃນເຊັ່ນ: ແຂກຂັ້ນສູນກາງ ແລະ ແຂກຕ່າງແຂວງ, ກໍານົດບັນດາໜ້າວຽກ ແລະ ເປັນໃຈກາງປະສານງານກັບແຕ່ລະຄະນະ ເພື່ອສັງລວມຂໍ້ມູນຄວາມຄືບໜ້າຂອງບັນດາກິດຈະກໍາຕ່າງໆ, ກໍານົດ ແລະ ຄົ້ນຄົ້ວເຮັດບັດຄ້ອງຄໍແຂກ VIP, ແຂກທົ່ວໄປ, ບັດຄະນະກໍາມະການ, ບັດຕິດລົດ, ບັດເຊີນ, ກໍານົດປ້າຍຕ້ອນຮັບ-ປ້າຍໂຄສະນາຕ່າງໆພາຍໃນງານ ແລະ ເທດສະບານເມືອງ.

ຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມແມ່ນໄດ້ປະກອບຄໍາຄິດຄໍາເຫັນ ແລະ ປືກສາຫາລືວຽກງານກິດຈະກໍາຕ່າງໆຢ່າງກົງໄປກົງມາ, ທັງນີ້ກໍ່ເພື່ອຮັບປະກັນເຮັດໃຫ້ການຈັດງານມະຫາກໍາບຸນຊ້າງປະຈໍາປີ 2019 ນີ້ໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ມີຄວາມສະຫງົບປອດໄພທຸກປະການ.

ທີ່​ມາ: facebook.com/784400561907172

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.