ມອບ-ຮັບ ສິ່ງເສດເຫລືອທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ບໍ່​ດົນ​ມານີ້, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ​ ​ເຊິ່ງແມ່ນໝາກຜົນທີ່ໄດ້ຮັບ ຈາກການປະຕິບັດງານຮ່ວມ ຢູ່ພາກສະໜາມ ຂອງຄະນະວິຊາການ ລາວ-ອາເມ ລິກາ ໃນການຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 01 ປະຈໍາປີ 2018-2019 ຢູ່ກໍລະນີ 1791 ເຂດບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະ ຢູ່ກໍລະນີ 1452 ເຂດບ້ານຜາທາງ ເມືອງຄໍາ ແຂວງຊຽງຂວາງ.

ໂດຍສືບຕໍ່ປະຕິບັດ ນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວ ກໍຄືຍາດພີ່ນ້ອງຂອງ ຜູ້ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ ແລະ ອີງຕາມ ການຮ້ອງຂໍຂອງ ລັດຖະບານອາເມລິກາ ໃນການແກ້ໄຂບັນຫາດັ່ງກ່າວ, ສອງຝ່າຍ ລາວ-ອາເມລິກາ ຈຶ່ງເຫັນດີເປັນເອກະພາບກັນ ຈັດຕັ້ງພິທີ ມອບ-ຮັບ​ໃນ​ຄັ້ງນີ້. ເປັນກຽດເຂົ້າຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ ເປັນຜູ້ກ່າວມອບ ແລະ ກ່າວຮັບ​ໂດຍທ່ານ Colin Crosby ອຸປະທູດຊົ່ວຄາວຂອງປະເທດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ.

ຕະຫລອດໄລຍະເວລາຫລາຍກວ່າ 30 ປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ ສະແດງໃຫ້ເຫັນວ່າ: ແມ່ນການຮ່ວມມືທີ່ສໍາຄັນ ແລະ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຂອງລັດຖະບານລາວ ແຕ່ສູນກາງຈົນຮອດທ້ອງຖິ່ນ, ຕະຫລອດຮອດ ການເສຍສະຫລະເຫື່ອແຮງ ກໍຄືການຮ່ວມມືຊ່ວຍເຫລືອ ຂອງປະຊາຊົນລາວບັນດາເຜົ່າ ທີ່ດໍາລົງຊີວິດໃນບໍລິເວນທີ່ມີການສໍາຫລວດ ແລະ ຂຸດຄົ້ນ ຕົວຈິງໃນແຂວງຕ່າງໆ ທົ່ວປະເທດ. ສິ່ງທີ່ສໍາຄັນແມ່ນ ຄວາມເຫັນອົກເຫັນໃຈ ແລະ ການຜ່ອນສັ້ນຜ່ອນຍາວ ຈາກຝ່າຍລາວ ໃນແຕ່ລະໄລຍະ ຂອງການປະຕິບັດງານຮ່ວມກັນ ​ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນ ເຮັດໃຫ້ການ ຮ່ວມມືສອງຝ່າຍ ໃນດ້ານນີ້ໄດ້ຮັບຜົນສໍາເລັດເປັນກ້າວໆມາ.

ມາຮອດປະຈຸບັນ, ລັດຖະບານລາວ ໄດ້ມອບສິ່ງເສດເຫລືອ ທະຫານອາເມລິກາ ທີ່ຊອກຄົ້ນໄດ້ ຢູ່ລາວ ຈຳນວນ 283 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວ ຂອງພວກກ່ຽວນໍາໄປ ​ເຮັດພິທີທາງສາສະໜາ ຕາມການຮ້ອງຂໍຂອງ ປະຊາຊົນອາເມລິກາ ຫລື ເກືອບເທົ່າກັບ 50% ຂອງຈໍານວນ ທະຫານອາເມລິກາທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ ທັງໝົດຈໍານວນ 573 ຄົນ. ສ່ວນອີກ 290 ຄົນ ທີ່ຍັງເຫລືອ ແມ່ນຝ່າຍອາເມລິກາ ຍັງຈະໄດ້ສືບຕໍ່ຂໍການຮ່ວມມື ຈາກລັດຖະບານລາວ ເພື່ອດໍາເນີນການສໍາຫລວດ ແລະ ຂຸດຄົ້ນຕໍ່ໄປໃຫ້ໄວຕື່ມໃນອະນາຄົດ ເຊິ່ງຝ່າຍລາວກໍໄດ້ຢືນຢັນ ທີ່ຈະສືບຕໍ່ ຄວາມກຽມພ້ອມ ໃຫ້ການຮ່ວມມືຕາມເງື່ອນ ໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,