Monday, November 17, 2025
Kbank Laos โอน รับ จ่าย

ລັດ​ຖະ​ບານ ຈັດ​ງານສຳມະນາ ​ເພື່ອຫັນເປັນ ທັນສະໄໝທາງດ້ານດິຈີຕອນ ໃນ ສປປ ລາວ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ຈັດສຳມະນາ“ການຫັນເປັນທັນສະໄໝ ທາງດ້ານດີຈີຕອນ ໃນ ສປປ ລາວ ​ເພື່ອເປັນການແລກປ່ຽນຄວາມຮູ້, ປະສົບການ ແລະ ລະດົມຄວາມຄິດຕໍ່ການຮ່າງ ທິດທາງນະໂຍບາຍ  ແລະ ເປົ້າໝາຍທາງດ້ານເຕັກນິກ ຂອງທຸກຂະແໜງການ, ທັງ​ເປັນສົ່ງເສີມ ແລະ ຮອງຮັບການໃຫ້ການ ຫັນເປັນດີຈີຕອນຂອງລາວ ໃຫ້ມີການຂະຫຍາຍຕົວຢ່າງຍືນຍົງ ແລະ ກາຍເປັນ ເຄຶ່ອງມື ທີ່ສໍາຄັນໃນການຊຸກຍູ້ ການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃຫ້ເຂັ້ມແຂງ ແລະ ທັນກັບຍຸກສະໄໝ.     

ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ປທສ ໃຫ້ຮູ້ວ່າ: ການຫັນເປັນທັນສະໄໝ ເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໃຫ້ຄວາມສຳຄັນ ສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ມີທິດໃຫ້ເລັ່ງຜັນຂະຫຍາຍການນຳໃຊ້ ICT ເຂົ້າໃນທຸກຂະແໜງການ ເພື່ອຫັນເປັນທັນສະໄໝ. ການຫັນເປັນທັນສະໄໝ ທາງດ້ານດີຈີຕອນ ແມ່ນການນຳໃຊ້ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ (ICT) ເຂົ້າເປັນກົນໄກສຳຄັນ ໃນການຊຸກຍູ້ການປະຕິຮູບ ຂະບວນການຜະລິດ, ການດຳເນີນທຸລະກິດ, ການຄ້າ-ການບໍລິການ, ການສຶກສາ, ສາທາລະນະສຸກ, ການບໍລິຫານລັດ, ລວມທັງ ກິດຈະກໍາ ທາງເສດຖະກິດ ແລະ ສັງຄົມອື່ນໆ. ທັງ​ນີ້​ກໍ​ຈະນໍາໄປສູ່ ການປະຕິຮູບພື້ນຖານຂອງການບໍລິການ, ການດຳເນີນທຸລະກິດ ແລະ ສ້າງມູນຄ່າເພີ່ມຂຶ້ນ ໃຫ້ແກ່ຜູ້ຊົມໃຊ້ ລວມທັງການປະຕິຮູບ ພື້ນຖານການຜະລິດ ເພື່ອກ້າວໄປສູ່ອຸດສະຫະກຳ 4.0 ເປັນຕົ້ນ ການນໍາໃຊ້ ICT (e-Government, IoT, Big Data, AI, ແລະ ອື່ນ) ເຂົ້າໃນທຸກຂະແໜງການຂອງລັດ ເພື່ອຮັບໃຊ້ປະຊາຊົນ ເຊັ່ນ ການຊຳລະພາສີ ອາກອນຕ່າງໆ ຜ່ານມືຖື, ຜ່ານເວັບໄຊ, ການສົ່ງເສີມໃຫ້ປະຊາຊົນໃຫ້ເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການ ຜ່ານທາງອິນເຕີເນັດ ແລະ ນຳໃຊ້ໄອຊີທີໃຫ້ເກີດ ຜົນປະໂຫຍດສູງສູດ.


ການສຳມະນາຄັ້ງນີ້ ໄດ້ມີການເຜີຍແຜ່, ປະກອບສ່ວນຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ປະສົບການ ທາງດ້ານເຕັກໂນໂລຊີ  ແລະ ນະໂຍບາຍ ໃນການຫັນເປັນດີຈີຕອນ, ພ້ອມ​ທັງຍົກໃຫ້ເຫັນ ສະພາບການ ຄຸ້ມຄອງນໍາໃຊ້ໄອຊີທີ, ແຜນຍຸດທະສາດການພັດທະນາ ໄອຊີທີ, ທິດທາງ ແລະ ແຜນການຫັນວຽກງານ ລັດຖະບານເປັນດີຈີຕອນ ຢູ່ ສປປ ລາວ, ສິ່ງທ້າທາຍດ້ານຄວາມປອດໄພ ທາງໄຊເບີໃນການສ້າງ ເສດຖະກິດດີຈີຕອນ ຢູ່ປະເທດ ແລະ ບັນຫາສຳຄັນອື່ນໆ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.