ສສຊ ປະກອບຄຳເຫັນໃສ່ຮ່າງກົດໝາຍ ສຳນັກງານຜູ້ຕາງໜ້າ ສປປ ລາວ ຢູ່ຕ່າງປະເທດ

​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ສະ​ໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນມື້​ວານນີ້, ບັນດາ​ສະມາ​ຊິກ ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ສຳນັກງານ​ຜູ້ຕາງໜ້າ ​ແຫ່ງ ສປປ ລາວ ປະຈຳຢູ່​ຕ່າງປະ​ເທດ ​ເຊິ່ງ​ເປັນ​ກົດໝາຍ​ສ້າງ​ໃໝ່ ທີ່​ສະ​ເໜີ​ໂດຍ​ທ່ານ ສະ​ເຫລີ​ມ ​ໄຊ​ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ກົດໝາຍ​ສະບັບດັ່ງກ່າວ, ປະກອບ​ມີ 10 ພາກ, 12 ໝວດ, 65 ມາດຕາ.

ໃນ​ກອງ​ປະຊຸມ ບັນດາ ສສຊ ​ໄດ້​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຮ່າງ​ກົດໝາຍ​ສະບັບ​ດັ່ງ ກ່າວ, ຕາມ​ຄຳ​ຖາມເຈາະ​ຈີ້ມ ​ຂອງ​ປະ​ເທດ​ກອງ​ປະຊຸມ ຢ່າງ​ກົງ​ໄປ​ກົງ​ມາ ​ເຊິ່ງ​ໂດຍ​ລວມ​ແລ້ວ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ​​ເປັນ​ພື້ນຖານ ​ທາງ​ດ້ານ​ໂຄງ​ສ້າງ ​ແລະ ​ເນື້ອ​ໃນ ​ແຕ່ຍັງ​ມີ ສສຊ ບາງ​ເຂດ ​ໄດ້​ສະ ​ເໜີ​ໃຫ້​ມີ​ການ​ປັບປຸງ​ເນື້ອ​ໃນ​ບາງ​ໝວດ​, ບາງມາ​ດຕາ ໂດຍ​ສະ​ເພາະ

ມາດ​ຕາ​ທີ 2 ທີ່​ເວົ້າ​ກ່ຽວ​ກັບ​ສຳນັກງານ​ຜູ້ຕາງໜ້າ ​ແຫ່ງ ສປປ ລາວ​ ປະຈຳ​ຢູ່​ຕ່າງປະ​ເທດ

ມາດຕາ 3 ກ່ຽວ​ກັບການ​ອະທິບາຍ​ຄຳ​ສັບ

ມາດຕາ​ທີ 4 ກ່ຽວ​ກັບນະ​ໂຍບາຍ​ຂອງ​ລັດ ​ຕໍ່​ສຳນັກງານ​ຜູ້ຕາງໜ້າ

ມາດຕາ​ທີ 5 ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສຳນັກງານ​ຜູ້ຕາງໜ້າ

ມາດຕາ 8 ສິດ ​ແລະ ໜ້າ​ທີ່​ຂອງ​ສຳນັກງານ​ຜູ້​ຕາງ​ໜ້າ

​ແລະ ມາດຕາທີ 10 ກ່ຽວ​ກັບ​ການ​ຮັບ​ໃຊ້​ ການ​ພັດທະນາ​ ເສດຖະກິດ​ ຂອງ​ຊາດ ​ແລະ ມາດ​ຕາ​ອື່ນໆ.

ບັນ​ດາ ສສຊ ​ໄດ້ສະ​ເໜີ ​ໃຫ້ຕັດ​ອອກ, ​ເພີ່ມ​ໃສ່ ບາງ​ເນື້ອໃນ, ບາງ​ຄຳ​ສັບ​ ​ແລະ ອະທິ​ບາຍບາງຄຳ​ສັບ ທີ່​ເຫັນ​ວ່າ​ຍັງ​ບໍ່​ທັນ​ສອດຄ່ອງ, ຖືກຕ້ອງ​, ຊັດ​ເຈນ ​​ແນ​ໃສ່​ເຮັດ​ໃຫ້​ກົດໝາຍ​ສະບັບ​ດັ່ງກ່າວ, ມີ​ເນື້ອ​ໃນ​ຄົບ​ຖ້ວນ, ສົມບູນ ​ແລະ ສອດ​ຄອງ​ຕາມ​ແນວທາງນະ​ໂຍບາຍ ຂອງ​ພັກ, ລັດ ວາງ​ອອກ.

ພ້ອມ​ນັ້ນ, ບັນດາ​ ສສຊ ຍັງ​ໄດ້​ສະ​ເໜີ​ໃຫ້ ​ພາກສ່ວນ​ກ່ຽວຂ້ອງ ​ເພີ່ມ​ທະວີ​ໃນ​ການ​ຄຸ້ມ​ຄອງ ຄົນ​ລາວ​ໄປ​ສຶກສາ​ຕໍ່, ​ໄປ​​ເຮັດວຽກ, ​ໄປສ້າງ​ຄອບຄົວ ຢູ່​ຕ່າງປະ​ເທດ; ພ້ອມ​ທັງ ສະ​ເໜີ​ໃຫ້​​ເພີ່ມ​ທະວີ ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ດຶງ​ດູດ​ເອົາ​ຄົນ​ລາວ ຢູ່​ຕ່າງປະ​ເທດ ທີ່​ຍັງ​ບໍ່​ມີ​ສັນຊາດ ກັບ​ຄືນ​ມາຢູ່​ລາວ ​ແລະ ບັນຫາສຳຄັນອື່ນໆຈຳນວນໜຶ່ງ.

#insidelaos

ຮູບ​ປະ​ກອບ: https://www.moj.gov.la

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,