ຕາມການລາຍງານຈາກ ທ່ານ ສະ​ເຫລີ​ມ ​ໄຊ​ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໃນ​​ກອງ​ປະຊຸມ ສະ​ໄໝ​ສາມັນ​ເທື່ອ​ທີ6 ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ມື້​ວານນີ້ ໃຫ້ຮູ້ວ່າ:

ຮ່າງ​ກົດໝາຍ​ວ່າ​ດ້ວຍ​ ສຳນັກງານ​ຜູ້ຕາງໜ້າ ​ແຫ່ງ ສປປ ລາວ ປະຈຳຢູ່​ຕ່າງປະ​ເທດ ​ສະບັບ​ສ້າງ​ໃໝ່ນີ້ ເມື່ອໄດ້​ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້ ຢ່າງ​ເປັນ​ທາງ​ການແລ້ວ ຈະເປັນບ່ອນອີງ ທາງດ້ານກົດໝາຍທີ່ສຳຄັນທີ່ສຸດ ໃຫ້ກະຊວງການຕ່າງປະເທດ ໂດຍສະເພາະ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກ​ງານຂອງຕົນ, ທັງເປັນການສ້າງຄວາມເຂັ້ມແຂງ ໃນການພົວພັນຮ່ວມມື ກັບຕ່າງປະເທດ ກໍ​ຄືການຮັບໃຊ້ໃຫ້ແກ່ວຽກງານ ພົວພັນຮ່ວມມືດ້ານການເມືອງ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວຽກງານການພັດທະນາ ເສດຖະກິດແຫ່ງຊາດ.

ນອກ​ນີ້, ຍັງ​ຈະ​ປະກອບສ່ວນ​ສຳຄັນ ວຽກງານການສົ່ງເສີມ ດ້ານວັດທະນະທຳ, ການສົ່ງ​ເສີມອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ນັບ​ທັງການຮ່ວມມື ໃນຂະແໜງການອື່ນໆ ລະຫວ່າງ ສປປ ລາວ ກັບຕ່າງປະ​ເທດ, ອົງການຈັດຕັ້ງສາກົນ ແລະ ວຽກງານພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໃຫ້ໄດ້ຮັບໝາກ ຜົນດີກວ່າເກົ່າ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ຍັງໃຫ້​ຮູ້ອີກ​​ວ່າ: ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍດັ່ງກ່າວ, ກໍເນື່ອງຈາກຜ່ານມາ ຍັງບໍ່ທັນມີກົດໝາຍ ຫລື ລະບຽບການ ທີ່ກຳນົດກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານ ຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ.

ນອກນັ້ນ, ກໍເປັນການເພີ່ມທະວີ ການຄຸ້ມຄອງວຽກງານ ການຕ່າງປະເທດ​ ໂດຍສະເພາະ ແມ່ນການຄຸ້ມຄອງ ການເຄື່ອນໄຫວວຽກງານ ການຕ່າງປະເທດຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃຫ້ລວມສູນ ດ້ວຍກົດໝາຍຢ່າງເປັນລະບົບຄົບຊຸດ, ມີຄວາມສັກສິດ ດ້ວຍບາດກ້າວທີ່ໜັກແໜ້ນ ຕາມທິດສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກຢ່າງຖືກຕ້ອງ.

#insidelaos

#ອິນ​ໄຊ​ລາວ

Cr.KPL

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້