Monday, May 19, 2025
Kbank Laos โอน รับ จ่าย

ສຸດຍອດ! ປະຊາຊົນເມືອງຫລວງນ້ຳທາ-ນາແລ ຍຶດ​ຖືຫັດຫະກຳໄມ້ປ່ອງ ເປັນ​ອາ​ຊີບ

ທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງໆຫລວງນໍ້າທາ ​ແລະ ທ່ານ ເອ ດລຽນ ຄລອກເກ ຫົວໜ້າໂຄງການອະນຸລັກຊິວະນາໆພັນ ໃນເຂດປ່າສະຫງວນແຫ່ງຊາດ ແລະ ແລວເຊື່ອມຕໍ່ ພ້ອມ​ຄະນະ​ທີ​ມງານ ໄດ້​ລົງ​ຢ້ຽມ ຢາມ ປະຊາຊົນບ້ານສິນອຸດົມ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ​ເຊິ່ງ​ເປັນໜຶ່ງ ທີ່​ໄດ້​ຮັບ​ການສະໜັບສະ ໜູນ ​ແລະ ສົ່ງ​ເສີມ ວຽກງານຫັດຫະກຳຈັກສານ ​ແລະ ເຟີນີເຈີ ​ຈາກ​ໂຄງການ ເພື່ອ​ສ້າງ​ລາຍ​ຮັບ​ເສີມ​ໃຫ້​ແກ່​ຄອບຄົວ ​ແລະ ສາມາດ​ແກ້​ໄຂ​ຄວາມທຸກ​ຍາກ ເທື່ອ​ລະ​ກ້າວ.

ໂຄງການດັ່ງກ່າວ ໄດ້ເລິ່ມຈັດຕັ້ງປະຕິບັດ ກິດຈະກຳຕົວຈິງແຕ່ເດືອນກຸມພາ 2017 ເປັນຕົ້ນມາ ເຊິ່ງ​ໄດ້​ເນັ້ນສົ່ງດ້ານ​ວິຊາ​ຊີບ ຫັດຖະກຳການຈັກ-ສານ ​ແລະ ເຟີນີເຈີ ເພຶ່ອຊ່ວຍເຫລືອປະຊາຊົນພາຍໃນ 04 ບ້ານເປົ້າໜາຍຄື: ບ້ານ ສົບຊີມ, ບ້ານສິນອຸດົມ, ບ້ານ ຫາດຍອງ ແລະ ບ້ານຫາດນາແລ້ງ, ເມືອງນາແລ ແລະ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ​ໂດຍໄດ້ແບ່ງອອກເປັນ 8 ກຸ່ມ ຄື: ກຸ່ມເຟີນີເຈີ 4 ກຸ່ມ, ມີສໍາມະຊີກ 37 ຄົນ ​ແລະ ກຸ່ມຫັດຖະ ກຳຈັກ-ສານ 4 ກຸ່ມ ມີສໍາມະຊີກ 37 ຄົນ, ລວມທັງໜົດ 74 ຄົນ ​​​ເຊິ່ງໂຄງການນີ້ ​​ໄດ້​ມີ​ສ່ວນ​ຮ່ວມ​ສຳຄັນ ເພື່ອເຮັດປະຊາຊົນໄດ້ເກັບກູ້ໄມ້ປ່ອງແບບຍືນຍົງ. ສຳລັບກຸ່ມຫັດຖະກຳຈັກ-ສານ ມາຮອດປະຈຸບັນສາມາດຜະ ລິດ ແລະ ຈຳໜ່າຍຜະລິດຕະພັນຂອງ​ຕົນ ລວມທັງໜົດ 10 ລ້ານ​ກວ່າກີບ, ສະເລ່ຍລາຍຮັບໄດ້ 279.000 ກີບຕໍ່ຄົນ/ເດືອນ; ກຸ່ມເຟີນີເຈີ ສາມາດຜະລິດ ແລະ ຈຳໜ່າຍຜະລິດຕະພັນ ລວມທັງໜົດ 68 ລ້ານກີບ, ສະເລ່ຍລາຍ​ຮັບ​ເກືອບ 2 ລ້ານກີບຕໍ່ຄົນ.

ສຳລັບ​ແຜນການພັດທະນາ ​ແລະ ສົ່ງ​ເສີມ ສະມາຊິກ​ໃນຕໍ່ໜ້າ ​ໄດ້​ວາງ​ເປົ້າ​ການຜະລິດໃຫ້ໄດ້ຫລາຍ, ກາຍເປັນສິນຄ້າ ເພຶ່ອສ້າງລາຍຮັບເຂົ້າສູ່ບ້ານ ແລະ ເຂົ້າສູ່ຄອບຄົວແບບຍືນຍົງ, ພ້ອມ​ທັງຜັນຂະຫຍາຍຄວາມຮູ້ ທາງດ້ານ ເຕັກນິກ ວິຊາການ ເພຶ່ອ​ເຮັດ​ໃຫ້ຜະລິດຕະພັນ ໄປສູ່ຂົງເຂດອຶ່ນ, ສູ້ຊົນໃຫ້ຜະລິດຕະພັນໄມ້ປ່ອງ ໃຫ້ໄດ້ຮັບການຢັ້ງຢືນເປັນໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສາມາດສ້າງເປັນຕົ້ນແບບການສົ່ງເສີມ ມຸນຄ່າການຕະຫລາດໄມ້ປ່ອງຂອງລາວ.

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: KPL

ຮູບ​ປະ​ກອບ:http://rattan.raicyber.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້