ລັດຖະມົນຕີ ກະຊວງ ຖວທ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ການທ່ອງທ່ຽວສາກົນ 2018 ທີ່ຮົງກົງ ສປ ຈີນ.

ປະຕິບັດຕາມການເຊື້ອເຊີນ ຂອງເຂດປົກຄອງພິເສດຮົງກົງ ສປ ຈີນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານການທ່ອງທ່ຽວສາກົນ 2018 ຈັດຂຶ້ນທີ່ເຂດປົກຄອງພິເສດຮົງກົງ ໃນລະຫວ່າງວັນທີ 11-13 ທັນວາ 2018.


ກອງປະຊຸມເວທີປຶກສາຫາລື ດ້ານການທ່ອງທ່ຽວສາກົນ 2018 ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວປາໄສເປີດກອງປະຊຸມໂດຍ, ທ່ານ ນາງ ແຄຣີແລັມເຈັງ (Carrie Lam Cheng) ປະທານຜູ້ບໍລິຫານຄຸ້ມຄອງເຂດປົກຄອງພິເສດຮົງກົງ, ມີ ທ່ານ ຢູກຸນ (Yu Qun) ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ, ທ່ານຮອງເຈົ້າແຂວງກວາງຕຸງ, ເລຂາທິການຮັບ ຜິດຊອບວຽກງານວັດທະນະທໍາ-ສັງຄົມເຂດປົກຄອງພິເສດມາເກົາ ພ້ອມດ້ວຍບັນດາຜູ້ຕາງໜ້າຂັ້ນສູງຈາກປະເທດຕ່າງໆ ໃນພາກພື້ນອາຊີປາຊີຟິກ ແລະ ຜູ້ຕາງໜ້າພາກສ່ວນທຸລະກິດເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ.

#insidelaos

#ອິນ​ໄຊ​ລາວ

Cr.facebook.com/942263932644054

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: