Tuesday, February 11, 2025

ງານບ​ຸນ​ຊ້າງ​ໄຊ​ຍະ​ເຮົາ ປີ 2019 ນີ້ ຈະມີຊ້າງເຂົ້າຮ່ວມ 70 ເຊືອກ

ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ເປັນບຸນປາງໃຫຍ່ໜຶ່ງທີ່ເປັນເອກະລັກຂອງແຂວງ ແລະ ເປັນແຂວງດຽວ ທີ່ໄດ້ຈັດງານດັ່ງກ່າວພາຍໃນປະເທດລາວ, ເຊິ່ງຈະຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ. ສະເພາະປີ 2019 ແມ່ນຈະຈັດຂຶ້ນ ໃນວັນທີ 23-28 ກຸມພາ ຈະມີຊ້າງເຂົ້າຮ່ວມທັງໝົດ 70 ເຊືອກ.

ມື້​ວານນີ້, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທັງເປັນປະທານຈັດງານມະຫາກໍາບຸນຊ້າງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ງານມະຫະກໍາບຸນຊ້າງໄຊຍະບູລີ ຄັ້ງທີ 13 ຈະເລີ່ມຢ່າງເປັນທາງການ ແຕ່ວັນທີ 23-28 ກຸມພາ 2019 ເຊິ່ງຈະມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ.

ຈຸດປະສົງຂອງການຈັດງານ ກໍເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ເປັນມິ່ງຂວັນຄູ່ບ້ານຄູ່ເມືອງ, ທັງເປັນການສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວ ຄຽງຄູ່ກັບປະຊາຊົນຕະຫລອດໄປ.

ນອກຈາກນີ້, ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 70 ໂຕ ທີ່ມາຈາກທົ່ວແຂວງ ໄດ້ພົບກັນ, ປະສົມພັນກັນ ແລະ ກໍໃຫ້ເກີດການສືບພັນໃນອະນາຄົດ, ທັງເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງ ໃຫ້ຄົງຢູ່ຄູ່ຊາວແຂວງໄຊຍະບູລີ ຕະຫລອດໄປ.

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: