ສາລະວັນ ລື່ນຄາດໝາຍ ມີນັກທ່ອງທ່ຽວເຂົ້າມາ ປີ 2018 ກວ່າ 10 ພັນຄົນ

ໃນປີ 2018 ຜ່ານມາ ເຊິ່ງແມ່ນປີທ່ອງທ່ຽວລາວ ສະເພາະຢູ່ແຂວງສາລະວັນ ແມ່ນມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ທັງໝົດ 110.000 ຄົນ ລື່ນຄາດໝາຍທີ່ ແຂວງວາງເປົ້າໄວ້ 10 ພັນຄົນ, ສາມາດສ້າງລາຍຮັບໃຫ້ ແຂວງໄດ້ 14.752.750 ໂດລາສະຫະລັດ. ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວ ແຂວງສາລະວັນ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວ ມາຈາກ ປະເທດ ຫວຽດນາມ, ໄທ ແລະ ປະເທດເອີຣົບ. 

ໃນປີ 2019 ແຂວງສາລະວັນ ວາງເປົ້າໝາຍດຶງດູດນັກທ່ອງ ທ່ຽວໃຫ້ໄດ້ 111.790 ຄົນ ແລະ ຈະສ້າງລາຍຮັບເຂົ້າ ແຂວງ ຈາກການທ່ອງທ່ຽວ ໃຫ້ໄດ້ 15.249.000 ໂດລາສະຫະລັດ. ທ່ານ ສົມໃຈ ອຸ່ນຈິດ ຫົວໝ້າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ໄດ້ກ່າວຕໍ່ສື່ມວນຊົນ ໃນໂອກາດ ທີ່ກົມໂຄສະນາການທ່ອງທ່ຽວ ນຳພາ ແລະ ເກັບກຳ ຂໍ້ມູນສະຖານທີ່ທ່ອງທ່ຽວ ຢູ່ແຂວງສາລະວັນ ໃນບໍ່​ດົນ​ມານີ້ ວ່າ: ການທ່ອງທ່ຽວ ຢູ່ແຂວງສາລະວັນ ໃນປີທ່ອງທ່ຽວລາວ 2018 ມີບັນຍາກາດຄືກຄື້ນສົມຄວນ.

ເນື່ອງຈາກ ແຂວງສາລະວັນ ມີສະຖານທີ່ທ່ອງທ່ຽວທາງ ທຳມະຊາດຊາດ, ປະຫວັດສາດ ແລະ ວັດທະນະທຳ ຫລາຍແຫ່ງທີ່ສາມາດດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ພາຍໃນແຂວງ ໄດ້ເປັນຈຳນວນຫລວງຫລາຍ ເຊັ່ນ: ຕາດເລາະ, ຕາດຮັງ, ຫ້ວຍຫຸນ (ບ້ານຫັດຖະກຳຕຳແຜ່ນ ຊົນເຜົ່າກະຕູ) ອຸທິຍານພູຜາສຸກ, ຫໍໄຕ, ສວນແຄນ ແລະ ອື່ນໆ ບວກກັບອົງການປົກຄອງແຂວງ ໄດ້ອໍານວຍຄວາມສະດວກໃນການເຂົ້າ-ອອກດ່ານ ລວມທັງສ້າງສີ່ງຮອງຮັບ ແລະ ການບໍລິການນັກທ່ອງທ່ຽວ ເຊັ່ນ: ໂຮງແຮມ,ເຮືອນພັກ ແລະ ຮ້ານອາຫານ ໃຫ້ພຽງພໍຈື່ງເຮັດໃຫ້ຕົວເລກ ດືງດູດນັກທ່ອງທ່ຽວ ເຂົ້າມາທ່ຽວພາຍໃນແຂວງ ໃນປີທ່ອງທ່ຽວລາວ 2018 ບັນລຸລື່ນເປົ້າໝາຍທີ່ວາງໄວ້.

ທີ່​ມາ: facebook.com/956163267920787

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.