ຂໍຂອບໃຈນຳຜູ້ສະໜັບສະໜູນ

ລາວໂທລະຄົມຕັດສິນໃຈຊື້ບໍລິສັດບີລາຍມູນຄ່າ 42 ລ້ານໂດລາພາຍຫລັງປະເຊີນຫນ້າໄກ້ສະຫລົ້ມລະລາຍ

ຕະຫລອດໄລຍະ 4 ປີຜ່ານມາ ບໍລິສັດລາຍປະເຊີນຫນ້າກັບຄວາມຫຍຸງຍາກໃນການບໍລິຫານດ້ານລາຍຮັບ ແລະ ການຂະຫຍາຍລູກຄ້າພາຍໃນ ເຊິ່ງສົ່ງເຮັດໃຫ້ທຸລະກິດຫາຍໃຈປາເຊົ່າງາບເຊົ່າເງີຍ ຫລ້າສຸດ
ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ເຂົ້າໄປຫຸບຊື້ເອົາກິດຈະການກະທັນ ແລະ ກາຍມາເປັນເຈົ້າຂອງບີລາຍ (Beeline) ຢ່າງເປັນທາງການ ຫລັງຈາກຊະນະການປະມູນໃນ ມູນຄ່າ 42 ລ້ານໂດລາສະຫະລັດ ຫວ່າງ ເດືອນພະຈິກ ປີ 2018 ທີ່ຜ່ານມາ ແລະ ໄດ້ມີການລົງນາມເຊັນສັນຍາ ຊື້-ຂາຍຮຸ້ນ ໃນຕອນບາ່ຍມື້ນີ້ (16/01/2019) ທີ່ສຳນັກງານໃຫຍ່, ນະຄອນຫລວງວຽງຈັນ.

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເປັນຜູ້ຊະນະການຊື້ຮຸ້ນ ບໍລິສັດ ວິມເປວຄອມ ລາວ ຈຳກັດ ໃນ ວັນທີ 19 ພະຈິກ ປີ 2018 ທີ່ຜ່ານມາ ໃນວົງເງິນທັງໝົດ 42,000,000 ໂດລາສະຫະລັດ. ຍ້ອນ ຄະນະບໍລິຫານ ລາວ ໂທລະຄົມ ມີຄວາມຕັດສິນໃຈສູງໃນການພັດທະນາ ແລະ ຂະຫຍາຍການບໍລິການໃຫ້ກ້ວາງຂວາງ ເພື່ອຕອບສະໜອງເທັກໂນໂລຢີດ້ານໂທລະຄົມມະນາຄົມ ແລະ ການບໍລິການທີ່ທັນສະໄໝ. ພາຍຫລັງຊື້-ຂາຍສຳເລັດ ຈະເຮັດໃຫ້ຜູ້ຊົມໃຊ້ເບີ Beeline ຫຼື ເບີຫຼັກ 7 ສາມາດນຳໃຊ້ໄດ້ທົ່ວປະເທດຮ່ວມກັບເຄືອຂ່າຍເບີຫຼັກ 5 ນັບແຕ່ເດືອນ ມັງກອນ 2019 ເປັນຕົ້ນໄປ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 15

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້