ແຂວງເຊກອງ ສຸມໃສ່ປະຕິບັດ 60 ກວ່າໂຄງການດ້ານ ຍທຂ

ແຂວງເຊກອງ ສຸມໃສ່ປະຕິບັດ 60 ກວ່າໂຄງການດ້ານ ຍທຂ

ໃນ​ປີຜ່ານມາ ແຂວງເຊກອງໄດ້​ຕັ້ງ­ໜ້າ​ປັບປຸງ ແລະກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງດ້ານ​ວຽກ​ງານ​ໂຍ­ທາ​ທິ​ການ ແລະຂົນ­ສົ່ງ (ຍທຂ) ໃຫ້​ມີຄຸນນະພາບດີ​ຂຶ້ນເປັນ​ກ້າວໆ ເພື່ອ​ການ​ກໍ່­ສ້າງ ແລະສະໜອງ​ໂຄງ​ລ່າງ​ພື້ນຖານ​ໃຫ້ແກ່​ການ​ພັດ­ທະ­ນາ​ດ້ານ​ເສດ​ຖະກິດ-ສັງ­ຄົມ​ຂອງ​ແຂວງ ກໍ​ຄື​ຂອງຊາດ, ທັງແນໃສ່ເຮັດ​ໃຫ້​ຕາ​ໜ່າງ​ຄົມ​ມະນາ​ຄົມ​ຂົນ­ສົ່ງ​ທຸກ​ດ້ານ​ໄດ້​ຮັບການ​ທະ­ລຸ​ໂລ່ງ​ໃນ​ທົ່ວ​ແຂວງທັງເຊື່ອມ​ໂຍງ​ພາຍ​ໃນ ແລະຕ່າງປະ­ເທດ​ຫຼາຍ​ຂຶ້ນ.

ຕາມການລາຍງານຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ​ໃຫ້​ຮູ້​ວ່າ: ໃນ​ປີ 2018 ຜ່ານມາ ແຂວງເຊກອງ ກໍຄືພະແນກໂຍທາທິການ ແລະຂົນສົ່ງແຂວງໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະຄຸ້ມຄອງໂຄງການລົງທຶນຂອງລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນລວມມທັງໝົດ 62 ໂຄງການ, ມູນຄ່າລວມ 4,770 ຕື້ກວ່າກີບ, ໃນນີ້ໂຄງການສືບຕໍ່ 24 ໂຄງການມູນຄ່າ 3,899 ຕື້ກວ່າກີບ, ສະເໜີໃໝ່ 9 ໂຄງການມູນຄ່າ 654.9 ຕື້ກວ່າກີບ, ຊໍາລະໜີ້ 20 ໂຄງການມູນຄ່າ 200.8 ຕື້ກວ່າກີບ ແລະອັນພົ້ນເດັ່ນແມ່ນການກໍ່ສ້າງເສັ້ນທາງ 16B (ເຊກອງ-ດາກຈຶງ) ຍາວ 94.6 ກິໂລແມັດມູນຄ່າ 621 ຕື້ກວ່າກີບໂດຍປະຈຸບັນສາມາດປະຕິບັດໄດ້ 88,25% ແລະຄາດວ່າຈະສໍາເລັດ 100% ໃນຕົ້ນປີນີ້.

 ປະຈຸບັນ ທົ່ວແຂວງເຊກອງມີຕາໜ່າງເສັ້ນທາງຄົມມະນາຄົມທັງໝົດ 250 ເສັ້ນ, ຍາວ 2,028 ກິໂລແມັດ ໃນນັ້ນທາງປູອັດສະຟານ 5.8 ກິໂລແມັດ, ເສັ້ນທາງປູຢາງ 234 ກິໂລແມັດ, ເສັ້ນທາງປູແຮ-ດິນແດງ 796.6 ກິໂລແມັດ ແລະປູດິນທໍາມະຊາດ 992.34 ກິໂລແມັດ, ມີບ້ານທີ່ມີເສັ້ນທາງເຂົ້າເຖິງແລ້ວ 195 ບ້ານກວມເອົາ 98,98% ທຽວໄດ້ສອງລະດູລວມມີ 100 ບ້ານກວມເອົາ 50,7% ສ່ວນ​ດ້ານ​ການ​ຄຸ້ມ​ຄອງການ​ຂົນ­ສົ່ງ​ເຫັນ​ວ່າຂະ­ຫຍາຍຕົວ​ຂຶ້ນ​ພໍ​ສົມ­ຄວນ ໂດຍ​ສະ­ເພາະການ​ຂົນ­ສົ່ງ​ທາງ­ບົກໃນ​ນັ້ນ ບໍ​ລິ​ມາດ​ຂົນ­ສົ່ງ​ສິນ­ຄ້າປະ­ຕິ­ບັດ​ໄດ້ 186,346 ໂຕນ, ຂົນສົ່ງ​ໂດຍ­ສານ​ທັງ​ໝົດ 23,681 ຄົນ ແລະບໍ​ລິ​ມາດ​ຈໍລະ​ຈອນ​ຂົນ­ສົ່ງ​ໂດຍ­ສານ​ມີ 3,481,107 ຄົນ​ຕໍ່​ກິ­ໂລ­ແມັດ, ສ້າງຕັ້ງສະມາຄົມຂົນສົ່ງໂດຍສານໄດ້ 3 ແຫ່ງ, ສະຖານີໂດຍສານໄດ້ 1 ແຫ່ງ, ຂຶ້ນທະບຽນລົດໄດ້ 596 ຄັນ ແລະຕໍ່ເຕັກນິກໄດ້ 316 ຄັນ.

ທ່ານຮອງເຈົ້າແຂວງເຊກອງໃຫ້ຮູ້ຕື່ມວ່າ: ໃນ​ປີ 2019 ນີ້ ແຂວງ​ຈະ​ໄດ້​ສືບ­ຕໍ່​ພັດທະ​ນາ​ໃນ​ວຽກ​ງານ ຍທຂ ໃຫ້ທົ່ວ​ເຖິງ​ກວ່າ​ເກົ່າ, ໃນນີ້ສືບຕໍ່ກໍ່ສ້າງທາງປູຢາງແຕ່ທາງແຍກທາງ 16B ຫາເມືອງກະລຶມໃໝ່ ແລະກໍ່ສ້າງຂົວ 7 ແຫ່ງລວງຍາວ 352.48 ແມັດໃຫ້ສໍາເລັດ, ຊຸກຍູ້ໂຄງການກໍ່ສ້າງທາ 4 ເລນແຕ່ສວນຫຼັກເມືອງຫາປະຕູໂຂງບ້ານຮ່ອງໄລ່ ແລະແຕ່ຂົວຫ້ວຍເຫີບຫາປະຕູໂຂງບ້ານໂມໃຫ້ມີຄວາມຄືບໜ້າຕໍ່ເນື່ອງ, ພ້ອມດຽວກັນນັ້ນ ກໍ​ຈະ​ຫັນ​ບັນດາ​ແຜນງານ​ຕ່າງໆໃນຂົງເຂດ (ຍທຂ) ​ໃຫ້​ເປັນ​ໂຄງການ​ລະ­ອຽດ ເພື່ອ​ນໍາໄປຈັດຕັ້ງປະຕິບັດ ແລະປັບ­ປຸງ​ແກ້​ໄຂໃຫ້​ສອດ­ຄ່ອງ​ກັບ​ເງື່ອນ­ໄຂຄວາມ​ເປັນ​ຈິງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...