ຈ​ວາດ! ເອກະ​ຊົນ​ວັງ​ວຽງຈະ​ໃຊ້​ງົບ 4 ຕື້​ກວ່າ​ໂດ​ລາ ພັດທະນາ​ເຂດໃໝ່​ໃຫ້​ຍືນ​ຍົງ

ລັດຖະບານລາວຮ່ວມມືກັບບໍລິສັດເອກະຊົນຕ່າງປະເທດຈະພັດທະນາ​ເຂດ​ໃໝ່ວັງວຽງໃຫ້ກາຍເປັນເມືອງທ່ອງທ່ຽວແບບຍືນຍົງ ແລະ ສີຂຽວໂດຍຖືເອົາປະຊາຊົນໃຫ້ມີສ່ວນຮ່ວມພາຍໃຕ້ການລົງທຶນ 4.000 ລ້ານກວ່າໂດລາສະຫະລັດ ຫລື 4 ຕື້ໂດລາ ຂະນະທີ່ ໂຄງການພັດທະນາເຂດໃໝ່ວັງວຽງພວມດໍາເນີນການສຶກສາຄວາມເປັນໄປ​ໄດ້ ແລະ ຄາດວ່າພາຍໃນປີ 2019 ນີ້ຈະສໍາເລັດ.

ອີງຕາມການເປີດເຜີຍຈາກອໍານາດການປົກຄອງເມືອງວັງວຽງ ແຂວງວຽງຈັນໄດ້ລະບຸວ່າ: ເພື່ອໃຫ້ສອດຄ່ອງຕາມແນວທາງພັດທະນາຂອງລັດຖະບານທີ່ຕ້ອງການສ້າງເມືອງວັງວຽງໃຫ້ກາຍເປັນເມືອງທ່ອງທ່ຽວແບບຍືນຍົງ-ສີຂຽວເພື່ອຍົກສູງຊີວິດການເປັນຢູ່ ແລະ ເພີ່ມລາຍໃຫ້ແກ່ປະຊາຊົນລາວໂດຍສະເພາະຊາວເມືອງວັງວຽງ, ເພື່ອປົກປັກຮັກສາທໍາມະຊາດສິ່ງແວດລ້ອມ, ສາຍນໍ້າຊອງ ແລະ ຍົກລະດັບໃຫ້ເມືອງວັງວຽງໂດດເດັ່ນຕາມທ່າແຮງບົ່ມຊ້ອນທີ່ມີຢູ່, ເພື່ອຮອງຮັບການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດໂດຍສະເພາະໂຄງການເສັ້ນທາງລົດໄຟລາວ-ຈີນຈະສໍາເລັດພາຍໃນປີ 2021 ແລະ ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ສະນັ້ນມີຄວາມຈໍາເປັນຕ້ອງພັດທະນາໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງ.

ທ່ານ ຄໍາຜອງ ດວງວິໄລ ເຈົ້າເມືອງວັງວຽງໄດ້ເປີດເຜີຍຕໍ່ນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 18 ມັງກອນ 2019 ນີ້ວ່າ: ເມືອງວັງວຽງບໍ່ພຽງແຕ່ເປັນເມືອງໜຶ່ງທີ່ມີຄວາມສໍາຄັນໃນດ້ານອຸດສາຫະກໍາທ່ອງທ່ຽວພາຍໃນແຂວງວຽງຈັນ ແຕ່ຫາກຍັງມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນພາຍໃນປະເທດອີກດ້ວຍ ອັນເນື່ອງມາຈາກເມືອງວັງວຽງໄດ້ກາຍເປັນສະຖານທີ່ທ່ອງທ່ຽວຍອດນິຍົມ ແລະ ເປັນທີ່ຮັບຮູ້ຂອງນັກທ່ອງທ່ຽວທົ່ວໂລກແລ້ວ ເຊິ່ງປີ 2018 ຜ່ານມານີ້ເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນ 300.000 ຄົນ ແລະ ຄາດວ່າຈະສືບຕໍ່ເພີ່ມຂຶ້ນເຖິງ 400.000 ກວ່າຄົນພາຍໃນປີ 2019 ໃນນັ້ນສ່ວນໃຫຍ່ແມ່ນນັກທ່ອງທ່ຽວເກົາຫລີ, ຈີນ, ເອີຣົບ, ອາຊຽນ ແລະ ອື່ນໆ.

ແນວໃດກໍດີ ຫວ່າງບໍ່ດົນມານີ້, ລັດຖະບານລາວໄດ້ເຊັນສັນຍາຮ່ວມກັບເອກະຊົນຕ່າງປະເທດພາຍໃຕ້ໂຄງການຊື່: ບໍລິສັດພັດທະນາໃໝ່ວັງວຽງລາວຈໍາກັດ ເຊິ່ງປັດຈຸບັນນີ້ບໍລິສັດພວມດໍາເນີນການສຶກສາ ແລະ ສໍາຫລວດຄວາມເປັນໄປໄດ້ໃນເນື້ອທີ່ສໍາປະທານເບື້ອງຕົ້ນ 7.000 ກວ່າເຮັກຕາໃນເບື້ອງທິດຕາເວັນຕົກ.

ທ່ານ ເຈົ້າເມືອງວັງວຽງ ພ້ອມ​ເຈົ້າ​ຂອງ​ໂຄງການ​ຍັງ​ຢືນຢັນ​ວ່າ​​ໂຄງການ​ພັດທະນາ​ເຂດ​ວັງ​ວຽງ​​ໃໝ່ກວມ​ເອົາ 22 ບ້ານ​ຂອງ​ປະຊາຊົນ ​ແຕ່​ວ່າ​ປະຊາຊົນ​ໃນ​ເຂດບ້ານດັ່ງກ່າວ​ຈະ​ບໍ່​ຍົກຍ້າຍໜີ​ເພາະ​ເຂດ​ນີ້​ເປັນ​ພັດທະນາ​ແບບ​ຍືນ​ຍົງ-ສີ​ຂຽວ ​ແລະ ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ ນອກຈາກ​ນັ້ນ​ຜູ້​ພັດທະນາ​ຍັງ​ຈະ​ໃຊ້​ວິທີ​ອະນຸລັກ​ເຮືອນ​ໃຫ້​ຢູ່​​ໃນຮູບຊົງ​ດັ້ງ​ເດີມ, ວິຖີ​ຊີວິດ ​ແລະ ອື່ນໆ​​ໃຫ້​ຍການເປັນ​ຈຸດ​ຂາຍ​ດ້ານ​ການທ່ອງທ່ຽວ ພ້ອມ​ກັນ​ນີ້​ຍັງ​ຈະ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ປະຊາຊົນ​ຈໍານວນ 30.000 ຄົນ ​ແລະ ຈະ​ຮັບ​ຊື້​ຜົນ​ຜະລິດ​ກະສິກໍາ​ສະໜອງ​ໃຫ້ການ​ບໍລິການ​ທ່ອງ​ທ່ຽວ​ອີກ​ດ້ວຍ.

​ໂຄງການ​ພັດທະນາ​ດັ່ງກ່າວ​ຄາດ​ວ່າ: ສ້າງ​ເປັນ​ເຂດ​ທ່ອງ​ທ່ຽວອະນຸລັກທໍາ​ມະ​ຊາດ(ບໍ່​ທໍາລາຍ ​ແລະ ບໍ່​ມ້າງ​ເພ​​​ທໍາ​ມະ​ຊາດ​ທີ່​ມີ​ຢູ່), ຫ້າງ​ສັບ​ພະ​ສິນຄ້າ, ​ສູນວັດທະນະທໍາ, ໂຮງ​ແຮມ, ສະ​ຖາ​ບັນ​ການ​ສຶກສາ, ຫໍ​ປະຊຸມ​ນາໆ​ຊາດ, ສວນ​ນໍ້າ ​ແລະ ອື່ນໆ ​ເຊິ່ງການ​ພັດທະນາ​ເຂດ​ນີ້​ພາຍ​ໃຕ້​ຄວາມ​ພະຍາຍາມ​​ເພື່ອ​ຮອງການ​ຂະຫຍາຍຕົວ​ເສດຖະກິດ ​ແລະ ການທ່ອງທ່ຽວ​ອະນາ​ຄົມ ​ແລະ ​​ເມືອງ​ວັງ​ວຽງ​ຈະ​ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ ​ແລະ ປະຕູ​ອອກ​ສູ່​ບັນດາ​ປະ​ເທດ​ສະມາຊິກອາ​ຊຽນທີ່​ມີ​ປະຊາກອນ 600 ລ້ານ​ກວ່າ​ຄົນ ​ແລະ ບັນດາ​ແຂວງ​ຕ່າງໆ​ຂອງ ສປຈີນ​ທີ່​ມີ​ຊາຍ​ແດນ​ໃກ້​ກັບ ສປປ ລາວ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...