Thursday, November 13, 2025
Kbank Laos โอน รับ จ่าย

ສຸດ​ຍອດ!ປະຊາຊົນ​ຊ່ວຍ​ກັນສ້ອມແປງເສັ້ນທາງທີ່ເປ່ເພໃນລະດູຝົນ

ຢູ່ທີ່ບ້ານຫາດຊຽງດີ ເມືອງໜອງບົກ ແຂວງຄຳມ່ວນ, ພໍ່ແມ່ປະຊາຊົນບ້ານຫາດຊຽງດີ ຈຳນວນ 150 ກວ່າຄົນ ແລະ ອຳນາດການປົກຄອງບ້ານ ແລະ ເມືອງທີ່ກ່ຽວຂ້ອງ ໄດ້ທຳການສ້ອມແປງເສັ້ນທາງທີ່ເປ່ເພໃນລະດູຝົນຜ່ານມາ ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ ພາຍໃນບ້ານຕໍ່ບ້ານ. 

ໄລຍະທາງຂອງການສ້ອມແປງແມ່ນເລີ່ມແຕ່ ບ້ານຫາດຊຽງດີ ຫາ ບ້ານດົງສະຫງຳ ເພາະວ່າເສັ້ນທາງດັ່ງກ່າວມີຄວາມຫຍຸ້ງຍາກລຳບາກຫຼາຍສຳລັບການໄປມາຫາສູ່ຍາດຕິພີ່ນ້ອງ ແລະ ການສ້າງເສດຖະກິດຂອງປະຊາຊົນໃນເຂດນັ້ນ. ທຶນໃນການສ້ອງແປງເສັ້ນທາງໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກໂຄງການສົ່ງເສີມເຂົ້າເຖິງແຫລ່ງທຶນ ຂອງຜູ້ທຸກຍາກໃຫ້ຫລາຍຂຶ້ນ (UNDP) ທີ່ມາປະຈຳຢູ່ແຂວງຄຳມ່ວນ. 


Cr. ຫ້ອງການ ຖວທ ເມືອງ ໜອງບົກ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.