ມາ​ເບິ່ງ​ໂສມ​ໜ້າ​ການ​ເຝິກ​ຊ້ອມ​ບານ ຮຸ່ນບໍ່​ເກີນ 22 ປີ ທີມ​ຊາດ​ລາວ​ໃນ​ເສິກ​ຊິງ​ແຊ້ມ​ອາ​ຊຽນ

ບັນຍາກາດ ການຝຶກຊ້ອມ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີ ຝຶກຊ້ອມ ກຽມເຂົ້າຮ່ວມການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 22 ປີ ຊີງແຊ້ມອາຊຽນ 2019 ຢູ່ທີ່ປະເທດ ກຳປູເຈຍ ໃນລະຫວ່າງ ວັນທີ 17 ກຸມພາ ຫາ 01 ມີນາ 2019

ສຳລັບ ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 22 ປີ ຊີງແຊ້ມອາຊຽນ 2019 AFF U22 CHAMPIONSHIP 2019 ຈັດຂຶ້ນຢູ່ທີ່ ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ແມ່ນມີການປ່ຽນແປງຕາຕະລາງການແຂ່ງຂັນ ເນື່່ອງຈາກວ່າ ທີມຊາດບຣູໄນ ແລະ ທີມຊາດສິງກະໂປ ຖອນຕົວບໍ່ເຂົ້າຮ່ວມລາຍການແຂ່ງຂັນດັ່ງກ່າວ ຈຶ່ງເຮັດໃຫ້ມີທັງຫມົດ 9 ປະເທດ ເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ຄື:
– ກຸ່ມ ເອ ປະກອບມີ: ຫວຽດນາມ, ໄທ, ຕີມໍ ເລສເຕ, ລາວ ແລະ ຟີລິບປິນ
– ກຸມ ບີ ປະກອບມີ: ມາເລເຊຍ, ມຽນມາ, ອິນໂດເນເຊຍ ແລະ ກຳປູເຈຍ 
ສຳລັບຕາຕະລາງແຂ່ງຂັນຂອງທີມຊາດລາວ ປະກອບມີ:
– ວັນທີ 17 ກຸມພາ 2019 ເວລາ 18:30 ທີມຊາດລາວ ພົບກັບ ທີມຊາດຟີລິບປິນ ແຂ່ງຂັນຢູ່ທີ່ສະຫນາມໂອແລມປິກ ສະເຕດ້ຽມ.
– ວັນທີ 19 ກຸມພາ 2019 ເວລາ 15:30 ທີມຊາດລາວ ພົບກັບ ທີມຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມໂອແລມປິກ ສະເຕດ້ຽມ.
– ວັນທີ 21 ກຸມພາ 2019 ເວລາ 18:30 ທີມຊາດລາວ ພົບກັບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມໂອແລມປິກ ສະເຕດ້ຽມ.
– ວັນທີ 25 ກຸມພາ 2019 ເວລາ 15:30 ທີມຊາດລາວ ພົບກັບ ທີມຊາດຕີມໍ ເລສເຕ ແຂ່ງຂັນຢູ່ທີ່ສະຫນາມໂອແລມປິກ ສະເຕດ້ຽມ.

ທີ່​ມາ: facebook.com/2206147686072823

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...