ກະຊວງ ການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019 ເພື່ອເພີ່ມປະສິດທິພາບການດຳເນີນງານຂັ້ນຕອນເອກະສານໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າແບບຕ່ອງໂສ້ໂດຍປາສະຈາກເຈ້ຍສໍ, ທັງພາກລັດ ແລະ ເອກະສົນຈະໄດ້ຮັບຜົນປະໂຫຍດຈາກລັດຖະບານໃນຂັ້ນຕອນການນຳເຂົ້າ, ສົ່ງອອກ ແລະສົ່ງຜ່ານສິນຄ້າໃນ ສ.ປ.ປ ລາວ ໂດຍຜ່ານລະບົບ ເຕັກໂນໂລຊີໃໝ່ຫຼ້າສຸດ, ລະບົບແຈ້ງພາສີປະຕູດຽວ ຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຂັ້ນຕອນທີ່ຊັກຊ້າລົງ ແລະ ເຮັດໃຫ້ປະເທດລາວກາຍເປັນພາກພື້ນທີ່ມີການດຶງດູດໃນການແຂ່ງຂັນທາງດ້ານເສດຖະກິດເພີ່ມຂື້ນ.

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້