​ເປີດ​ແລ້ວ! ງານດອກງິ້ວບານສະ​ພັ່ງ ​ຫວັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 8 ​ແສນ​ຄົນ

ງານເທສະການດອກງິ້ວບານປະຈໍາປີ 2019 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນມື້ນີ້, ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃຕ້ການຮ່ວມມືລະຫວ່າງບໍລິສັດດອກງິ້ວຄໍາ ຜູ້ສໍາປະທານເຂດເສດຖະກິດພິເສດສາມຫລ່ຽມຄໍາກັບ ອໍານາດການປົກຄອງແຂວງບໍ່ແກ້ວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວັດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ເຈົາເຫວີຍ ປະທານກຸ່ມບໍລິສັດດອກງິ້ວຄໍາ ພ້ອມບັນດາການນໍາແຂວງກ່ຽວຂ້ອງ, ແຂກພາຍໃນ-ຕ່າງປະເທດ ແລະ ມວນຊົນເຂົ້າຮ່ວມຢ່າງຫນາແຫນ້ນ.

ກຸ່ມບໍລິສັດດອກງິ້ວຄໍາເປີດເຜີຍວ່າສະເລັ່ຍມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເຂດດັ່ງກ່າວປະມານ 15.000 ຄົນຕໍ່ວັນ ສໍາລັບປີ 2018 ມີນັກທ່ອງທ່ຽວປະມານ 600.000 ຄົນ ແລະ ຄາດວ່າພາຍໃນປີ 2019 ຈະເພີ່ມຂຶ້ນປະມານ 800.000 ຄົນ.

ປັດຈຸບັນເຂດສາມຫລ່ຽມຄໍາໄດ້ລົງທຶນຕົວຈິງແລ້ວປະມານ 1.5 ຕື້ໂດລາ ພາຍຫລັງເຊັ່ນສັນຍາພັດທະນາລະຫວ່າງລັດຖະບານລາວກັບກຸ່ມບໍລິສັດດອກງິ້ວຄໍາ(ຮົງກົງ)ໃນປີ 2007 ດ້ວຍໄລຍະສໍາປະທານ 90 ກວ່າປີ ໃນເນື້ອທີ່ຫລາຍພັນເຮັກຕາ ເຊິ່ງໃນເຂດດັ່ງໄດ້ສ້າງເປັນສະຖານທີ່ທ່ອງທ່ຽວ, ຫ້າງສັບພະສິນຄ້າ, ໂຮງແຮມ 5 ດາວ, ສະຖານບັນເທີງ, ທ່າເຮືອບໍລິການຂົນສົ່ງສິນຄ້າ, ຮ້ານອາການ,ຕະຫລາດຈີນ, ຕະຫລາດດອນຊາວ ແລະ ອື່ນໆ ແລະ ສາມາດສ້າງວຽກເຮັດງານທໍາໃຫ້ທັງປະຊາຊົນ 3.000 ຄົນ.

ທ້າຍເດືອນມັງກອນຂອງທຸກໆປີ, ເຂດເສດຖະກິດພິເສດສາມຫລ່ຽມຄໍາຮ່ວມກັບອໍານາດການປົກຄອງແຂວງບໍ່ແກ້ວຈະຈັດງານເທສະການດອກງີ້ວບານ ຫລື ເອີ້ນເປັນພາສາອັງກິດ (Kapok Festival Ceremony) ເພື່ອເປັນການສົ່ງເສີມ ແລະ ຮັກສາຄວາມເປັນເອກະລັກດ້ານວັດທະນະທຳອັນດີງາມຂອງທ້ອງຖິ່ນ, ການທ່ຽວຊົມທຳມະຊາດດອກງິ້ວບານ, ສ້າງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຕິດພັນກັບການທ່ອງທ່ຽວແບບຄົບວົງຈອນຂອງເຂດເສດຖະກິດພິເສດສາມຫລ່ຽມຄຳ ພິເສດສໍາລັບປີນີ້ 2019 ແມ່ນເປັນປີທ່ອງທ່ຽວລາວ-ຈີນ 2019 ເຊິ່ງງານເທດສະການດອກງິ້ວບານຈະໄດ້ດໍາເນີນນັບແຕ່ວັນ 18 – 25 ມັງກອນ 2019 ໃນນັ້ນ ວັນທີ 23 ມັງກອນຈະເປັນມື້ເປີດງານຢ່າງເປັນທາງການ, ປິດງານແມ່ນວັນທີ 25 ມັງກອນ 2019.

ໃນງານດັ່ງກ່າວແມ່ນຈະມີບັນດາພໍ່ແມ່ປະຊາຊົນ, ຜູ້ຊົງຄຸນນະວຸດ ,ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າ ຮ່ວມ, ມີການວາງສະແດງສິນຄ້າ,ເຄື່ອງຫັດຖະກຳ, ການຂາຍອາຫານທີ່ເປັນເອກະລັກປະຈຳທ້ອງຖິ່ນ, ການສະແດງສິລະປະວັນນະຄະດີ, ການຮ້ອງເພງ, ການສະແດງກາຍະສິນ, ສິນລະປະການຕໍ່ສູ້, ຊົນງົວ ແລະ ລາຍການອື່ນໆທີ່ເປັນເອກະລັກປະຈຳຊາດຂອງສີ່ປະເທດຄື : ລາວ, ຈີນ, ໄທ ແລະ ມຽນມາ ລວມທັງລາຍການທີ່ດຶງດູດໃຈມວນຊົນກໍ່ຄືການປະກວດນາງສາວດອກງິ້ວບານປະຈຳປີ ເຊິ່ງໄດ້ຄັດເລືອກເອົານາງສາວຈຳນວນ 20 ຄົນຈາກຂອບເຂດທົ່ວແຂວງບໍ່ແກ້ວມາເຂົ້າຮ່ວມການປະກວດ.

ແນວໃດກໍດີ ລັດຖະບານລາວໄດ້ຕັ້ງເປົ້າຫມາຍວ່າຈະສູ້ຊົນດຶງດູດເອົານັກທ່ອງທ່ຽວຈາກ ສປ ຈີນໃຫ້ບັນລຸ 1 ລ້ານກວ່າຄົນໃນໄລຍະເປີດປີທ່ອງທ່ຽວລາວ-ຈີນ 2019 ນີ້.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...