Saturday, January 25, 2025

ເປີດ​ຢ່າງ​ອະ​ລັງ​ການ! ເທດສະການອາຫານລາວ ປະຈຳປີ 2019

ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະແມ່ຍິງລາວ ໄດ້ຈັດງານເທດສະການອາຫານລາວ ປະຈຳປີ 2019 ໃນລະຫວ່າງວັນທີ 23-26 ມັງກອນ 2019 ຢູ່ແຄມຂອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ລວບລວມເອົາອາຫານ ທີ່ເປັນເອກະລັກສະ​ເພາະ ຈາກບັນດາແຂວງໃນຂອບເຂດທົ່ວປະເທດ ມາວາງສະແດງ ​ແລະ ບໍລິການ​ຂາຍ ໃຫ້້ມວນຊົນທັງພາຍໃນ ແລະ ຕ່າງປະເທດ​ໄດ້​ຊື້​, ໄດ້ຊິມລົດຊາດອາຫານລາວ ທີ່​ເປັນ​ເອກ​ກະ​ລັກ ນັບແຕ່ເໜືອຮອດໃຕ້.

ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ປະທານ​ສະ​ມາ​ຄົມ​ນັກທຸລະກິດ​ແມ່ຍິງ​ລາວ ກ່າວ​ໃນ​ພິທີ​ເປີດ​ງານ​ເທດສະການ​ອາຫານ​ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 23 ມັງກອນ​ນີ້ວ່າ: ງານ​ເທດສະການອາຫານ​ດັ່ງກ່າວ, ມີ​ຮ້ານ​ວາງສະ​ແດງ​ທັງໝົດ 180 ຮ້ານ, ​ໃນ​ນັ້ນ​ເປັນ​ຮ້ານ​ອາຫານ 140 ຮ້ານ, ຮ້ານ​ຫັດ​ຖະກຳ-ກະສິກຳ 20 ຮ້ານ, ຮ້ານ​ຈາກ​ປະ​ເທດ​ອາຊຽນ ​ແລະ ສະຖານທູດ 2 ຮ້ານ ​ແລະ ຮ້ານ​ທີ່​ມາ​ຈາກ​ເຄື​ອຂ່າຍໜຶ່ງຕຳ​ບົນ, ໜຶ່ງຜະລິດ​ຕະພັນ ​ປະ​ເທດ​ໄທ 18 ຮ້ານ, ​ເຊິ່ງ​ໄດ້​ນຳ​ເອົາ​ອາຫານ​, ​ເຄື່​​ອງດື່ມ, ຢາສະໝູນ​ໄພ ​ແລະ ​ເຄື່ອງ​ຫັດຖະກຳ-ກະສິກຳ ມາ​ວາງສະ​ແດງ ​ແລະ ບໍລິການຂາຍ​ ​ເປັນ​ຈຳນວນ​ຫລວງຫລາຍ.

ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ​ຍັງໃຫ້​ຮູ້​ອີກ​ວ່າ: ງານ​ເທດສະການ​ອາຫານ​ລາວ ​ໄດ້​ຈັດ​ຂຶ້ນ​ໃນ​ທຸກໆປີ ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ປີ​ນີ້, ຖື​ວ່າ​ເປັນ​ປີທີ 14 ​ໂດຍ​ມີ​ຈຸດປະສົງ ​ເພື່ອ​ປະກອບ ສ່ວນ​ອານຸລັກ ຮິດຄອງ​ປະ​ເພນີ ​ແລະ ວັດທະນະທຳອັນ​ດີງາມ ທີ່​ເປັນ​ເອກ​ກະ​ລັກຂອງ​ຄົນ​ລາວ ​ໄວ້​ໃຫ້​ຢູ່​ຄູ່​ຄົນ​ລາວ​ຕະຫລອດ​ໄປ, ທັງ​ເຊື່ອມ​ໂຍງ ​ແລະ ​ເຜີຍ​ແຜ່ສິ່ງ​ຍອດ​ຍິ່ງ​ຂອງລາວ ຕໍ່​ນັກ​ທ່ອງ​ທ່ຽວຈາກ ບັນດາ​ປະ​ເທດ​ອາຊຽນ ​ແລະ ​ໃນ​ທົ່ວ​ໂລກ, ທັງ​ເປັນ​ການ​ຕ້ອນຮັບ​ປີ​ທ່ອງ​ທ່ຽວລາວ-ຈີນ ຕື່ມອີກ​, ພ້ອມ​ດຽວກັນ​, ຍັງ​ເປັນ​ການ​ສ້າງ​ໂອກາດ ​ໃຫ້​ແມ່ຍິງຜູ້​ປະກອບ​ການ ​ໃນ​ຂະ​ແໜງການ​ປຸງ​ແຕ່ງອາຫານ ຢູ່​ທ້ອງຖິ່ນ, ຕ່າງ​ແຂວງ ​ແລະ ຜູ້​ລົງທຶນ​ໃນ​ ສປປ ລາວ ​ໄດ້​ເຂົ້າ​ມາ​ຮ່ວມ​ວາງສະ​ແດງ ​ແລະ ບໍລິການ​ຂາຍຜະລິດ​ຕະພັນ​ຂອງ​ຕົນ, ສ້າງ​ໂອກາດ​ໃຫ້​ແມ່ຍິງ ​ໄດ້​ສະ​ແດງ​ຄວາມ​ສາມາດບົ່ມຊ້ອນ, ຫົວຄິດ​ປະ ດິດສ້າງ ​ແລະ ສະຕິ​ປັນຍາ​ຂອງ​ຕົນ ​ໃນ​ການ​ປຸງ​ແຕ່ງອາຫານ​ລາວ, ທັງ​​ໄດ້​ແລກປ່ຽນປະສົບ​ການ ​ໃນ​ການ​ປຸງ​ແຕ່ງອາຫານ​ລາວ ​ແລະ ສົ່ງ​ເສີມ​ແມ່ຍິງຜູ້​ປະກອບ​ການ​ ຂະ​ແໜງການ​ຜະລິດກະສິກຳ, ຫັດຖະ ກຳ, ອຸດສາຫະກຳ​ປຸງ​ແຕ່ງ, ​ໂຮງ​ແຮມ ​ແລະ ຮ້ານ​ອາຫານ ມີ​ບົດບາດ​ໃນ​ກາ​ນສ້າງ ​ຜະລິດ​ຕະພັນ​ຂອງ​ຕົນໃຫ້​ເປັນ​ສິນຄ້າ ສາມາດ​ຕອບ​ສະ​ໜອງ ຕາມ​ຄວາມ​ຕ້ອງການ ຂອງ​ຕະຫລາດ​ໃນ​ຍຸກ​ປັດຈຸບັນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ