Saturday, April 26, 2025
Kbank Laos โอน รับ จ่าย

ວາງສີລາລຶກສ້າງໂຮງໝໍເຊດຖາທິຣາດຫລັງໃໝ່

ພິທີວາງສີລາລຶກ ກໍ່ສ້າງອາຄານໂຮງໝໍເຊດຖາທິຣາດຫລັງໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2019ມື້ນີ້, ທີ່ໂຮງໝໍດັ່ງກ່າວ, ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ, ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງອາຄານ ໂຮງໝໍເຊດຖາທິຣາດຫລັງໃໝ່ ໄດ້ຮັບການຊ່ວຍເຫລືອລ້າ ຈາກລັດ ຖະບານຍີ່ປຸ່ນ. ອາຄານດັ່ງກ່າວ, ເປັນອາຄານສອງຊັ້ນ ປະກອບມີ ພະແນກສຸກເສີນ, ພະແນກລັງສີ, ພະແນກກວດເຂດນອກ ແລະ ອື່ນໆ ລວມເນື້ອທີ່ທັງໝົດ 3.749 ຕາແມັດ ຄາດວ່າຈະໃຫ້ສຳເລັດ ໃນຕົ້ນປີ 2020.

ນອກນັ້ນ, ລັດຖະບານຍີ່ປຸ່ນ ຍັງໄດ້ສະໜອງອຸປະກອນການແພດ ໃຫ້ໂຮງໝໍເສດຖາ ທິຣາດຕື່ມອີກ ລວມມີ 74 ປະເພດ. ແບ່ງອອກເປັນອຸປະກອນຍອຍ 347 ລາຍການ, ຍັງມີຫ້ອງຝຶກອົບຮົມໃຫ້ນັກສຶກສາແພດ ແລະ ພະນັກງານ. ພ້ອມດຽວກັນນັ້ນ, ລັດຖະບານຍີ່ປຸ່ນ ຍັງຈະໄດ້ສະ ໜອງອຸປະກອນການແພດຈຳນວນໜຶ່ງ ໃຫ້ໂຮງໝໍແຂວງຈຳປາສັກ ພາຍໃຕ້ໂຄງການ “ປັບປຸງໂຮງໝໍເຊດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ” ລວມມູນຄ່າທັງໝົດ 17 ລ້ານກວ່າໂດລາສະຫະລັດ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.