ຊົມເຊີຍນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ ຫຼື ທຶນ LANS ໃນ ສົກຮຽນ 2018-2019 ທີ່ມະຫາວິທະຍາໄລ ສຸພານຸວົງ, ຫຼວງພະບາງ!
ໃນພິທີ, ທ່ານ ນາງ ໂຊຟີ້ ວິວຄິນຊັ້ນ, ເລຂາສອງ ຈາກ ສະຖານທູດອົດສະຕຣາລີ ແລະ ທ່ານ ຮສ ວິໄຊ ຈັນສະຫວ່າງ, ວ່າການ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ເຂົ້າຮ່ວມມອບທຶນການສຶກສາ ເຊິ່ງຈັດຂຶ້ນໃນວັນສຸກ ທີ 15 ມັງກອນ 2019 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ. ປະຈຸບັນ ມີຈຳນວນນັກສຶກສາທຶນທັງໝົດ 291 ຄົນ (ມະຫາວິທະຍາໄລແຫ່ງຊາດ 209 ຄົນ ແລະ ມະຫາວິທະຍາໄລ ສຸພານຸວົງ 82 ຄົນ).
ພວກເຮົາ ອວຍພອນໃຫ້ນ້ອງນັກສຶກສາເຫຼ່ົານີ້ ໂຊກດີກັບການຮ່ຳຮຽນ!