Saturday, November 15, 2025
Kbank Laos โอน รับ จ่าย

ມອບ-ຮັບນົກ​ແອ່ນ ​ຍັກ 130 ຍົນເຝິກແອບ-ສູ້ຮົບຈາກ​ລັດ​ເຊຍ

ຕອນບ່າຍຂອງມື້​ກ່ອນນີ້, ບໍລິສັດລັດ ວິສາຫະກິດໂຣດໂຊໂບໂຣນແອັກ ສະປອດ ( Rosoboronexport ) ແຫ່ງ ສ.ຣັດເຊຍ ໄດ້ມອບ ຍົນເຝິກແອບ-ສູ້ຮົບ Yak 130 ໃຫ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຈຳນວນ 4 ລຳ, ໂດຍ ການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ, ມີ ທ່ານ ມິຄາອິນ ວາລາດີເມຍໂຣວິກບາຣານນ໊ອບ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະນະນຳຈາກກົມກອງທີ່ກ່ຽວຂ້ອງ, ບັນດາທ່ານ ແຂກ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. 

ໃນພິທີ ທ່ານ ອາເລັກຊັງເດິເມລິກ ດາວີດົບ (ALEXANDERMELIK-DAVYDOV) ຕາງ ໜ້າບໍລິສັດ ລັດວິສາຫະກິດ ໂຣດໂຊໂບໂຣນແອັກສະປອດ ໄດ້ຂຶ້ນ ກ່າວມອບ ເຊິ່ງກ່າວຮັບໂດຍທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ເຊິ່ງທ່ານ ພົນຕີ ປະສິດ ທ່ຽງທຳ ກ່າວວ່າ: ການໄດ້ຮັບ ຍົນຫັດແອບ-ສູ້ຮົບດັ່ງກ່າວນີ້ເປັນການປະກອບສ່ວນອັນສຳຄັນໃນ ການຍົກສູງລະດັບຄວາມສາມາດໃນການເຝິກແອບເຮືອບິນ ສູ້ຮົບຂອງກອງທັບປະຊາຊົນ ລາວ ໃຫ້ສູງຂຶ້ນ, ເປັນການສ້າງ ຄວາມເຂັ້ມແຂງ ແລະ ເພິ່ມທະວີ ປະສິດທິພາບໃຫ້ແກ່ວຽກງານ ປັບປຸງກໍ່ສ້າງກອງທັບໃນການປົກປັກຮັກສາເຂດນ່ານຟ້າຂອງ ສປປ ລາວ ໄວ້ຢ່າງໝັ້ນຄົງ. ພ້ອມທັງກ່າວວ່າ ຈະເອົາໃຈໃສ່ ຊີ້ນໍາການອົບຮົມຫັດແອບຢ່າງມີປະສິດຕິຜົນສູງ. ພ້ອມນັ້ນກໍ ຈະເອົາໃຈໃສ່ບຳລຸງ ແລະ ກໍ່ສ້າງ ບຸກຄະລາກອນ, ນັກວິຊາການ ເພື່ອຮອງຮັບການນຳໃຊ້ຍົນດັ່ງກ່າວຢ່າງມີປະສິດທິຜົນ. 

ໃນໂອກາດນີ້ ທ່ານ ພົນຕີ ປະສິດ ທ່ຽງທຳ ຍັງໄດ້ມອບຍົນຈໍານວນດັ່ງກ່າວໃຫ້ແກ່ກົມທະຫານອາກາດ ເພື່ອສືບຕໍ່ຊີ້ນຳກົມກອງທີ່ຂຶ້ນກັບ ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກ ສາຕາມຫຼັກການດ້ານເຕັກນິກຕໍ່ໄປ. 
ໃນໂອກາດດຽວກັນນີ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກໍໄດ້ມອບຫຼຽນກາມິດຕະພາບ ແລະ ຫຼຽນກາ 70 ປີ ໃຫ້ ແກ່ນັກວິຊາການຝ່າຍຣັດເຊຍ ຈຳນວນ 5 ທ່ານ ເຊິ່ງໃຫ້ກຽດ ຂຶ້ນປະດັບຫຼຽນໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.

Cr. Lao People’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.