ການ​ຕິດ​ຕັ້ງ​ປ້າຍ​ໂຄ​ສະ​ນາ ​ທີ່ບໍ່​ຖືກ​ລະ​ບຽບ ໄດ້​ຖືກ​ປົດ​ອອກ​ແລ​້ວ ​ຢູ່ເມືອງ​ຫາດ​ຊາຍ​ຟອງ

ໂດຍ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ທາງ​ຫຼວງ ກົດ­ໝາຍ​ວ່າ​ດ້ວຍ​ຜັງ­ເມືອງ ຄຳ​ສັ່ງ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ) ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເຂດ​ສະ­ຫງວນ​ຂອງ​ທາງ​ຫຼວງ ຄຳ​ສັ່ງ​ແນະ­ນຳ​ຂອງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໃນ​ການ​ຈະ­ລາ­ຈອນ​ຕາມ​ເສັ້ນ­ທາງ ການ​ຄຸ້ມ​ຄອງ​ການ​ປຸກ​ສ້າງ-ສ້ອມ­ແປງ ແລະ ການ​ຕິດ​ຕັ້ງ​ປ້າຍ​ໂຄ­ສະ­ນາ​ຕ່າງໆ​ໃນ ນວ ແລະ ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານ­ເມືອງ​ຂອງ​ເຈົ້າ​ຄອງ ນວ ກໍ​ຄື​ເມືອງ​ຫາດ​ຊາຍ​ຟອງ​ວາງ​ອອກ.

ຄະ­ນະ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຫ້ອງ­ການ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ເມືອງ​ຫາດ​ຊາຍ​ຟອງ ນວ ນຳ​ໂດຍ​ທ່ານ ພູ​ທົງ ລັດ­ຕະ­ນະ​ວົງ ຫົວ­ໜ້າ​ຫ້ອງ­ການ ຍທຂ ເມືອງ​ຫາດ​ຊາຍ​ຟອງ​ເປັນ​ຜູ້​ຊີ້​ນຳ​ວຽກ​ງານ​ດັ່ງ­ກ່າວ ໄດ້​ເຄື່ອນ​ໄຫວ​ຕາມ​ພາ­ລະ​ບົດ­ບາດ​ຢ່າງ​ຕັ້ງ­ໜ້າ ໂດຍ​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ເສັ້ນ­ທາງ​ສາຍ​ຫຼັກ ໃຫ້​ຢູ່​ຂອບ​ເຂດ​ການ​ຄຸ້ມ​ຄອງ.

 ທ່ານ ແສງ​ສຸ​ລິດ ສະ­ກຸນ​ສຸກ ຫົວ­ໜ້າ​ໜ່ວຍ​ງານ​ແຜນ­ການ ຫ້ອງ­ການ ຍທຂ ເມືອງ ກ່າວ​ວ່າ: ເພື່ອ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຂໍ້​ຕົກ­ລົງ​ທີ່​ກ່າວ​ມາ​ຂ້າງ​ເທິງ ໃຫ້​ເປັນ​ແຜນ​ງານ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ໂດຍ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ໄດ້​ລົງ​ເຄື່ອນ​ໄຫວ​ຈັດ​ສັນ​ຕາມ​ເສັ້ນ­ທາງ​ໃນ​ໄລ­ຍະ​ຜ່ານ​ມາ 3 ເສັ້ນ​ຄື: ຖະ­ໜົນ​ທ່າ​ເດື່ອ ໄລ­ຍະ​ທີ 1 ຍາວ 1,9 ກິ­ໂລ­ແມັດ ເຮັດ​ບົດ​ບັນ­ທຶກ​ມ້າງ​ເທີບ-ເງີບ 97 ຈຸດ ເຮັດ​ບົດ​ບັນ­ທຶກ​ປ້າຍ 41 ປ້າຍ ຮື້-ຖອນ 3 ປ້າຍ ໄລ­ຍະ​ທີ 2 ຍາວ 11 ກິ­ໂລ­ແມັດ ປັດ­ຈຸ­ບັນ ກຳ­ລັງ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ​ຖະ­ໜົນ​ກຳ­ແພງ​ເມືອງ ຍາວ 2,8 ກິ­ໂລ­ແມັດ ຖະ­ໜົນ​ດົງ​ຄຳ​ຊ້າງ-ໜອງ​ໄຮ-ນາ​ໄຫ ຍາວ 6,4 ກິ­ໂລ­ແມັດ ປະ­ຕິ­ບັດ​ໄດ້ 3,69 ກິ­ໂລ­ແມັດ ຮື້-ຖອນ​ປ້າຍ​ໂຄ­ສະ­ນາ​ທີ່​ບໍ່​ຖືກ​ລະ­ບຽບ​ໄດ້ 64 ປ້າຍ ປ້າຍ​ນ້ອຍ​ທີ່​ຕິດ­ຕາມ​ຮົ້ວ​ກຳ­ແພງ​ທົ່ວ​ໄປ 121 ປ້າຍ ຍົກ­ຍ້າຍ​ຕູບ​ຂາຍ­ເຄື່ອງ 3 ຈຸດ

ສະ­ເພາະ​ຢູ່​ດົງ​ຄຳ​ຊ້າງ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ ພ້ອມ​ທັງ​ໄດ້​ສົ່ງ​ລາຍ​ງານ​ໃຫ້ ນວ ຮັບ​ຊາບ ປັດ­ຈຸ­ບັນ​ກຳ­ລັງ​ຮື້-ຖອນ​ປ້າຍ​ໂຄ­ສະ­ນາ​ຕ່າງໆ​ຢູ່​ຖະ­ໜົນ​ທ່າ​ເດື່ອ ໂດຍ​ຂັ້ນ​ຕອນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຄະ­ນະ​ໄດ້​ເຜີຍ­ແຜ່​ລະ­ບຽບ​ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ໃຫ້​ປະ­ຊາ­ຊົນ​ທີ່­ຢູ່​ຕາມ​ແຄມ​ທາງ​ໃຫ້​ຮັບ​ຊາບ ສ້າງ​ຄວາມ​ເຂົ້າ­ໃຈ​ໃຫ້­ການ​ຮ່ວມ​ມື ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ຄະ­ນະ​ກຳ­ມະ­ການ​ໄດ້​ມີ​ຄວາມ​ສະ­ດວກ ແລະ ສ້າງ​ໃຫ້​ສັງ­ຄົມ​ມີ​ຄວາມ​ເປັນ​ລະ­ບຽບ​ດີ​ຂຶ້ນ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...