ຂໍຂອບໃຈນຳຜູ້ສະໜັບສະໜູນ

ໂຄງການ​ກໍ່ສ້າງ​ທາງ​ດ່ວນ​ນະຄອນ​ຫລວງວຽງຈັນ-​ວັງ​ວຽງ​ ໄດ້​ເລີ່​ມລົງມືກໍ່ສ້າງ​ແລ້ວ ​ເຊິ່ງ​ເລີ່​ມຈາກ​ໄລຍະ​ທາງ 109,12 ກິ​ໂລ​ແມັດ, ​​ໂດຍໄດ້​ແບ່ງ​ທີ​ມ ​ກໍ່ສ້າງ​ອອກ​ເປັນ 7 ພາກ​ສ່ວນ. ປັດຈຸບັນ​ແມ່ນ​ກໍາລັງ​ນໍ​າ​ເຄື່ອງ​ກົນ​ຈັກໝັກ​ເຂົ້າສະໜາມ.    

ຜູ້​ຮັບຜິດຊອບຈາກ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ​ໂຄງການ​ກໍ່ສ້າງ​ທາງ​ດ່ວນດັ່ງກ່າວ​ ​ແມ່ນ​ນອນ​​ໃນ​ໂຄງການ​ທາງ​ດ່ວນ​ລາວ-​ຈີ​ນ ທີ່​ມີ​ຈຸດ​ເລີ່​ມ​ແຕ່ ນະຄອນ​ຫລວງ​ວຽງຈັນ-​ບໍ່​ເຕັນ ​ແຂວງຫລວງ​ນໍ້າ​ທາ ຊາຍ​ແດນ​ສປ ຈີນ ​ໂດຍ​ຜ່ານ 4 ​ແຂວງ​ຄື: ນະຄອນຫລວງ​ວຽງຈັນ, ​ແຂວງ​ວຽງຈັນ, ຫລວງ​ພະ​ບາງ, ອຸດົມ​ໄປ ​ແລະ ຫລວງ​ນໍ້າ​ທາ.

ສະ​ເພາະ​ການກໍ່ສ້າງ​ໄລຍະ​ທໍາ​ອິດ​ແມ່ນ​ຈະ​ສ້າງ​ແຕ່ ນະຄອນຫລວງ​ວຽງຈັນ-​ວັງ​ວຽງ ທີ່​ມີ​ຄວາມ​ຍາວ 109​,12 ກິ​ໂລ​ແມັດ, ກວ້າງ 23 ​ແມັດ ​ແລະ ມີ​ແລວ​ໄປ-​ກັບ ​ເຊິ່ງ​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ​ກໍ່ສ້າງ​ແຂວງ​ຢຸນນານ ​ໃນ​ຮູບ​ແບບ (BOT) ຕາມ​ແຜນການ​ແມ່ນ​ຈະ​ໃຊ້​ເວລາ​ໃນ​ການກໍ່ສ້າງ 3 ປີ ​ໃຫ້​ສໍາ​ເລັດ.

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ​ໃຫ້​ຮູ້​ຕື່ມ​ວ່າ: ປັດຈຸບັນ​ບໍລິສັດ​ຮັບ​ເໝົາກໍ່ສ້າງ​ແມ່ນ​ໄດ້​ແບ່ງ​ທີ​ມງານ​ ປະ​ຈໍາ​ແຕ່ລະ​ຈຸດໃນ​ໄລຍະ​ການກໍ່ສ້າງ​ແຕ່​ນະຄອນຫລວງ​ວຽງຈັນ-​ວັງ​ວຽງ ​ເຊິ່ງປັດຈຸບັນ​ແມ່ນ​ກໍາລັງ​ບຸກ​ເບີກ​ແລວ​ເສັ້ນທາງ, ອະນາ​ໄມໜ້າທາງ ​ແລະ ຂຸ້ນຂ້ຽວ​ເອົາ​ກົນ​ຈັກໜັກ​ເຂົ້າ​ພາກ​ສະໜາມ ​ເພື່ອ​ດໍາ​ເນີນ​ການກໍ່ສ້າງ​ໃຫ້​ບັນລຸ​ຕາມ​ແຜນ​ທີ່​ວາງ​ໄວ້​.
ທີ່ມາ: ໜສພ ລາວພັດທະນາ

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້