10 ​​ສິ່ງທີ່​ຕ້ອງ​ເຮັດ ແລະ​ຂາດບໍ່ໄດ້ໃນ​ວັນ​ບຸນ​ກຸດ​ຈີນ

1.ໄຫວ້​ເຈົ້າ, ໄຫວ້​ບັນ​ພະ​ບູ​ລຸດ ແລະ​ໄຫວ້​ຜີ ທີ່ບໍ່​ມີ​ຍາດ

ວັນ​ຊາ​ຈັ໊ບ ໃນ​ຕອນ​ເຊົ້າ​ຫຼັງ​ຈາກ​ໄຫວ້​ເຈົ້າ​ໃນ​ບ້ານ ຄື “ຕີ​ຈູ​ເອ້ຍ” ໄຫວ້​ບັນ​ພະ​ບູ​ລຸດ​ແລ້ວ ໃນ​ຕອນ​ບ່າຍ​ຈຶ່ງ​ໄຫວ້​ຜີ​ທີ່ບໍ່​ມີ​ຍາດ ເຊິ່ງ​ຂອງ​ໄຫວ້​ກໍ​ມີ​ອາ​ຫານ​ຄາວ-ຫວານ ລວມ​ທັງ​ເປັດ-ໄກ່ ຫຼາຍ​ຫຼື​ນ້ອຍນັ້ນ,ແລ້ວ​ແຕ່​ຖາ​ນະ​ຂອງ​ຜູ້​ໄຫວ້ ແລະ​ມີ​ຈຳ​ພວກ​ເຄື່ອງ​ກະ​ປ໋ອງ, ເຂົ້າ​ສານ, ເກືອ ເພື່ອ​ໃຫ້​ຜີບໍ່​ມີ​ຍາ​ດ​ເຫຼົ່າ​ນັ້ນ ເອົາ​ຕິດ​ໂຕ​ໄປ​ນຳ​ພ້ອມ. ນອກ​ຈາກນີ້, ຍັງ​ຕ້ອງ​ຈູດ​ແນວ​ໄຕ້ 2 ອັນ​ພ້ອມ ເວ​ລາ​ໄຫວ້​ແລ້ວ​ຈະ​ຕ້ອງ​ຈູດ​ໝາກ​ກະ​ໂພກ ແລ້ວ​ຫວ່ານ​ເຂົ້າ​ສານ​ປະ​ສົມ​ເກືອ ເພື່ອ​ຂັບ​ໄລ່​ສິ່ງບໍ່​ດີ​ໃຫ້​ໝົດ​ໄປ.

2. ລວມ​ຍາດ​ພີ່​ນ້ອງ​ກິນ​ກ໋ຽວ

ຄວາມ​ສຳ​ຄັນ​ອີກ​ອັນ​ໜຶ່ງ ຂອງ​ບຸນ​ກຸດ​ຈີນ​ຄື ເປັນ​ວັນ​ລວມ​ຍາ​ດ​ພີ່​ນ້ອງ ທຸກໆ​ຄົນ​ຈະ​ເດີນ​ທາງ​ມາ​ຮ່ວມ​ກິນ​ກ໋ຽວ ທີ່​ໂຕະ​ດຽວ​ກັນ ໃນ​ວັນ​ຊາ​ຈັ໋ບ​ມື້​ສຸດ​ທ້າຍ​ກ່ອນ​ຂຶ້ນ​ປີ​ໃໝ່ ແລະ​ທີ່​ຕ້ອງ​ກິນ​ອາ​ຫານ​ເຍື່ອງນີ້ ກໍ​ເພາະ​ລັກ​ສະ​ນະ​ຂອງ​ມັນ ຄ້າຍ​ຄື​ກັບ​ເງິນ​ຂອງ​ຈີນ ມີ​ຄວາມ​ໝາຍ​ວ່າ ໃຫ້​ມັ່ງ​ມີ​ເງິນ​ຄຳ.

3.ກິນ​ເຈ​ຕອນ​ເຊົ້າ ຄືມື້​ທຳ​ອິດ​ຂອງ​ປີ

ຄົນ​ຈີນ​ຈະ​ພາ​ກັນ​ກິນ​ເຈ​ໃນ​ມື້​ທຳ​ອິດ​ຂອງ​ປີ ເຊື່ອ​ກັນ​ວ່າ ຈະ​ໄດ້​ບຸນ​ຄື​ກັບ​ກິນ​ເຈ​ຕະ​ຫຼອດ​ທັງ​ປີ.

4.ທຳ​ພິ​ທີ​ຮັບ “ໄຊ່​ຊິງ​ເອ້ຍ”.

ໄຊ່​ຊິງ​ເອ້ຍ ເປັນ​ເທບ​ພິ​ທັກ​ຊັບ ຫຼື​ເທບ​ພະ​ເຈົ້າ​ແຫ່ງ​ໂຊກ​ລາບ ສ່ວນ​ໃຫຍ່​ແລ້ວ​ຈະ​ເຮັດ​ພິ​ທີ​ລະ​ຫວ່າງ​ຫຼັງ​ທ່ຽງ​ຄືນ​ຂອງວັນ​ຊາ​ຈັ໋ບ ຈົນ​ເຖິງ​ກ່ອນ 1 ໂມງເຊົ້າ.

5.ຫ້າມກວາດ​ບ້ານ

ກ່ອນມື້​ກຸດ​ຈີນ ຈະ​ມີ​ການ​ທຳ​ຄວາມ​ສະ​ອາດ​ບ້ານ ເຊັດ​ຖູ​ຢ່າງ​ດີ ເມື່ອມື້​ປີ​ໃໝ່​ມາ​ເຖິງ ຈະ​ບໍ່​ມີ​ການ ກວາດ​ເຮືອນ​ຊານ​ຢ່າງ​ເດັດ​​ຂາດ ຈົນ​ເຖິງມື້ ຊິວ​ສີ່ ເຊິ່ງ​ເປັນ​ມື້​ທຳ​ອິດ​ຂອງ​ການ​ເຮັດ​ວຽກ ເພາະ​ຖື​ວ່າ ຈະ​ກວາດ​ເອົາ​ສິ່ງ​ທີ່​ເປັນ​ມຸງ​ຄຸນ​ຖິ້ມ​ໄປ​ນຳ ແຕ່​ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ຈຳ​ເປັນ ກໍ​ຄື​ໃຫ້​ກວາດ​ເຂົ້າ “ກວາດ​ໜ້າ​ເຮືອນ ເຂົ້າ​ໄປ​ໃນ​ເຮືອນ”.

6. ຕິດ “ຕຸ໋ຍ​ລ້ຽງ” ຫຼື​ຄຳ​ອວຍ​ພອນ​ປີ​ໃໝ່

​ຕ້ອງໃຊ້​ນ້ຳ​ໝຶກ​ສີ​ດຳ ຫຼື​ສີ​ຄຳ ຂຽນ​ຄຳ​ອວຍ​ພອນ​ລົງ​ເຈ້ຍ​ສີ​ແດງ ຖ້າບໍ່​ມີ​ຄວາມ​ຮູ້ ກໍ​ໄປ​ຈ້າງ​ມື​ອາ​ຊີບ​ມາ​ຂຽນ​ໃຫ້. ຄຳ​ອວຍ​ພອນ​ທີ່​ຂຽນ ຈະ​ປະ​ກອບ​ດ້ວຍ​ຕົວ​ອັກ​ສອນ 7 ໂຕ ສ່ວນ​ຫຼາຍ​ຈະ​ອວຍ​ພອນ​ໃຫ້​ທຳ​ມາ​ຄ້າ​ຂາຍ​ ໃຫ້​ມັ່ງ​ມີ​ເງິນ​ຄຳ ຕິດ​ຕາມ​ສອງ​ຂ້າງ​ປະ​ຕູ​ເຮືອນ.

ພ້ອມ​ຕິດ​ຮູບ​ເດັກ​ນ້ອຍ ຊາຍ-ຍິງ ເຊິ່ງ​ເປັນ​ຮູບ​ມຸງ​ຄຸນ​ຂອງ​ຄົນ​ຈີນ.

7. ໃສ່​ເສື້ອ​ຜ້າ​ໃໝ່​ສີ​ສັນ​ສົດ​ໃສ.

8. ໃຊ້​ໝາກ​ກ້ຽງ 4 ໜ່ວຍ ອວຍ​ພອນ​ຜູ້​ໃຫຍ່

ໃນ​ວັນ ຊິວ​ອິກ ທຸກ​ຄົນ​ຈະ​ນຳ​ເອົາ​ໝາກ​ກ້ຽງ 4 ໜ່ວຍ ໄປ​ກາບ​ຜູ້​ໃຫຍ່​ເພື່ອ​ຂໍ​ພອນ. ເຈົ້າ​ບ້ານ ນອກ​ຈາກ​ກຽມ​ເມັດ​ໝາກ​ໂມ ຍ້ອມ​ສີ​ໄວ້ 1 ພາ ແລະ​ລູກ​ສະ​ໝໍ​ຈີນ​ໄວ້​ລໍ​ແຂກ​ແລ້ວ ເມື່ອ​ມີ​ຜູ້​ມາ​ອວຍ​ພອນ ຈະ​ຮັບ​ໝາກ​ກ້ຽງ ມາ 2 ໜ່ວຍ ແລະ​ເອົາ​ຂອງ​ຕົນ​ເອງວາງ​ລົງ 2 ໜ່ວຍ.

9. ຮັບ​ອັ່ງ​ເປົາ

10.ໄຫວ້​ເຈົ້າ​ເພື່ອ​ເປັນ​ສິ​ລິ​ມຸງ​ຄຸນ​ແກ່​ຊີ​ວິດ.

ທີ່​ມາ: www.jabchai.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,