ປກ​ສ ເມືອງ​ຄູນ ທຳລາຍອາວຸດເຖື່ອນ-ລ່າເນື້ອ ​ຈຳ​ນວນ 1 ພັນກວ່າກະ​ບອກ!

ກອງບັນຊາການ ປກສ ເມືອງຄູນ ແຂວງຊຽງຂວາງ ໄດ້ທໍາລາຍອາວຸດເຖື່ອນ ແລະ ອາວຸດລ່າເນື້ອ ຈໍານວນ 1.000 ກວ່າກະບອກ ແລະ ເຄື່ອງຊັອດປາ ຈໍານວນ 11 ເຄື່ອງ ໃນວັນທີ 30 ມັງກອນ 2019, ມີ ທ່ານ ພອນມາລາ ວັນນາຮັກ ເຈົ້າເມືອງໆຄູນ, ພ້ອມດ້ວຍຫົວໜ້າ ປກຊ-ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ເນັ້ງຊົ່ງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຄູນ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ຄະນະກອງບັນຊາການ ແລະ ຄະນະຮັບຜິດຊອບ ໄດ້ປະຕິບັດຕາມດໍາລັດຂອງທ່ານນາຍົກລັດຖະ ມົນຕີ ສະບັບເລກທີ 973/ນຍ ວ່າດ້ວຍການຈັດຕັ້ງຄຸ້ມຄອງອາວຸດທາດລະເບີດ ແລະ ແຈ້ງ ການເພີ່ມເຕີມຂອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວ່າດ້ວຍການກວດກາ, ຄຸ້ມຄອງ ແລະ ເລີກຮື້ອາວຸດເຖື່ອນທຸກປະເພດຢູ່ທົ່ວແຂວງຊຽງຂວາງ ພ້ອມນໍາເອົາໄປໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໃນທົ່ວເມືອງຄູນ ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມມະຕິ-ຄໍາສັ່ງຂອງຂັ້ນເທິງເປັນຢ່າງດີ, ມີຄວາມຕື່ນຕົວຈິງໃຈນໍາເອົາອາວຸດທີ່ມີໄວ້ໃນຄອບຄອງ ມາມອບໃຫ້ເຈົ້າໜ້າທີ່.

ຜ່ານການປຸກລະດົມ, ປະຊາຊົນພາຍໃນເມືອງມີຈໍານວນທີ່ຫຼາຍຈິງໃຈນໍາເອົາປືນເຂົ້າມາມອບໃຫ້ເຈົ້າໜ້າທີ່; ໃນນີ້, ເກັບກູ້ຈາກກຸ່ມຊຽງ ມີປືນແກັບ ຈໍານວນ 112 ກະບອກ, ປືນຫຼວງ AK 1 ກະບອກ; ກຸ່ມສໍາພັນໄຊ ປືນແກັບ 224 ກະບອກ, ປືນຫຼວງ KB 1 ກະບອກ; ກຸ່ມສັນຫຼວງ 29 ກະບອກ; ກຸ່ມນໍ້າອຸ່ນ 144 ກະບອກ; ກຸ່ມນໍ້າພານ 11 ກະບອກ; ກຸ່ມແກ່ວແສດ 177 ກະບອກ; ກຸ່ມງານ 286 ກະບອກ; ກຸ່ມລ້ອງຊັ້ນ 140 ກະບອກ; ກຸ່ມຍຸນ 35 ກະບອກ ແລະ ໄດ້ຮັບປືນແກັບຈາກກອງບັນຊາການທະຫານເມືອງ 27 ກະບອກ, ໝໍ້ຊັອດປາ 11 ເຄື່ອງ, ໝາກແຕກ 5 ໜ່ວຍ ແລະ ເຈົ້າໜ້າທີ່ຢຶດໄດ້ປືນຄໍຫັກ 5 ກະບອກ, ປືນແກັບ 10 ກະບອກ, CK 1 ກະບອກ ລວມທັງໝົດ 1.201 ກະບອກ ຖືກທໍາລາຍຖິ້ມດ້ວຍການຈູດ ແລ້ວຝັງດິນ.

ຂໍ້ມູນຈາກ: ນສພ ຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...