Sunday, January 19, 2025

ເບຍລາວ ທຸ່ມ​ງົບ 108 ລ້ານກີບ ​ຊຸກ​ຍູ້ດອກປີກໄກ່ ​ໃນ​ລາຍ​ການ​ຊິງແຊ້ມນາໆຊາດ

ບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນຫຼັກ 108 ລ້ານກີບ ການແຂ່ງຂັນກິລາດອກປີກໄກ່ ຊີງແຊ໋ມນາໆຊາດ ຫຼື ລາຍການ ແບັດມິນຕັນ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 (Badminton Beerlao International Series) ເພື່ອເປັນການສະສົມຄະແນນ ລະດັບໂລກ “ເວີດແລັງກິງ” ລະຫວ່າງວັນທີ 19-24 ກຸມພານີ້ ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ. ຂະນະທີ່ ນັກກິລາດອກປີກໄກ່ ທີ່ຕິດລະດັບທອບ ອັນດັບ 100 ທົ່ວໂລກ 190 ກວ່າຄົນ ຈາກ 14 ປະເທດ, ໃນນັ້ນ ມີແຊ໋ມ, ຮອງແຊ໋ມ, ທີ3 ຮຸ່ນເຍົາວະຊົນໂລກ ແລະ ແຊ໋ມຫຼຽນຄຳ ງານກິລາມະຫາວິທະຍາໄລອາຊຽນ ແຈ້ງເຈດຈຳນົງ ເຂົ້າຮ່ວມແຂ່ງຂັນ ສ່ວນທັບນັກກິລາລາວ ສ່ວນທັບນັກກິລາດອກປີກໄກ່ສົ່ງຮ່ວມເຖິງ 23 ຄົນ, ຍິງ 3 ຄົນ ນຳທັບໂດຍທ້າວ ວິຊຸນນະລາດ ພິຈິດ ນັກກິລາດອກປີກໄກ່ ມື 1 ລາວ.

ພິທີມອບ-ຮັບການອຸປະຖຳເງິນ 108 ລ້ານກີບ ຂອງບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນການແຂ່ງຂັນກິລາດອກປີກໄກ່ ຊີງແຊ໋ມນາໆຊາດ ຫຼື ລາຍການ ແບັດມິນຕັນ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 ໄດ້ມີຂຶ້ນ ເມື່ອວັນທີ 8 ກມພາ ຜ່ານມາ ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບຂອງທ່ານ ຈັນສະໝອນ ຜອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ແລະ ກ່າວຮັບແມ່ນທ່ານ ສົມສະແຫວງ ແສງສີລາວົງ ຮັກສາການປະທານ ແລະ ເລຂາທິການ ສະຫະພັນດອກປີກໄກ່ແຫ່ງຊາດລາວ ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ຕາງໜ້າສະຖານທູດມາເລເຊຍ ປະຈຳສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນທຸກຂະແໜງການ.

ໂອກາດນີ້, ທ່ານ ສົມສະແຫວງ ແສງສີລາວົງ ກ່າວວ່າ: ໃນລະຫວ່າງວັນທີ 19-24 ກຸມພານີ້ ທີ່ສະໂມສອນ ດອກປີກໄກ່ ເຊດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສະຫະພັນດອກປີກໄກ່ແຫ່ງຊາດລາວ ໄດ້ຕາງໜ້າ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນກິລາດອກປີກໄກ່ ຊີງແຊ໋ມນາໆຊາດ ປະຈຳປີ 2019 ຫຼື ລາຍການ ແບັດມິນຕັນ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 ເພື່ອເປັນການສະສົມຄະແນນ ລະດັບໂລກ ຫຼື ເວີດແລັງກິງ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ໂດຍສະເພາະ ບໍລິສັດ ເບຍລາວ ຈຳກັດ ຈຳນວນ 108 ລ້ານກີບ ລາຍການນີ້ ສປປ ລາວ ເຄີຍຮັບກຽດເປັນເຈົ້າພາບ ຈັດແຂ່ງຂັນມາແລ້ວ 4 ຄັ້ງ ກໍ່ຄື ຈັດຂຶ້ນ ເມື່ອປີ 2008, 2009, 2010 ແລະ ປີ 2017

າຍການດັ່ງກ່າວເປັນລາຍບການຮອງ ລະດັບການແຂ່ງຂັນລະດັບໂລກ ເຊິ່ງມີນັກກິລາ 190 ກວ່າຄົນ ລະດັບທອບຂອງໂລກ ຈາກ 14 ປະເທດ ເຂົ້າຮ່ວມ ປະກອບມີ ສປປ ລາວ ເຈົ້າພາບ, ໄທ, ສສ ຫວຽດນາມ, ມາເລເຊຍ, ສິງກະໂປ, ອົດສະຕາລີ, ຍີ່ປຸ່ນ, ອິນເດຍ, ສະຫະລັດ ອາເມລິກາ, ອັງກິດ, ການາດາ, ສະວີເດັນ (ຊູແອັດ), ເດັນມາກ ແລະ ອິນໂດເນເຊຍ ມີການຊີງໄຊທັງໝົດ 5 ລາຍການ ຄື: ປະເພດດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ ແລະ ທີມຄູ່ປະສົມ.

ທ່ານ ບຸນຍະແສງ ນະຊຽງຄຳ ຮອງເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວ ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ມີຄວາມພ້ອມ 100 ເປີເຊັນ ໃນໄລຍະກະກຽມກໍ່ມີ ຜູ້ຊຽວຊານສະຫະພັນດອກປີກໄກ່ສາກົນ ໄດ້ລົງມາຕິດຕາມ ແລະ ກວດສອບສະໜາມແຂ່ງຂັນ ແມ່ນໃຫ້ຜ່ານ ສາມາດຈັດການແຂ່ງຂັນໄດ້ຕາມແຜນທີ່ວາງໄວ້ ສະນັ້ນ ການແຂ່ງຂັນຈະບໍ່ໄດ້ເກັບປີ້ຈາກແຟນພັນແທ້ດອກປີກໄກ່ລາວ ທຸກຄົນສາມາດຕິດຕາມເຂົ້າຮ່ວມຊົມ ແລະ ເຊຍໄດ້ແບບຟຣີ ບໍ່ເສຍຄ່າໃດໆ ລາຍການດັ່ງກ່າວ ໃນເບື້ອງຕົ້ນມີນັກກິລາດອກປີກໄກ່ລາວ ລົງທະບຽນເຂົ້າຮ່ວມແຂ່ງຂັນ 31 ຄົນ ແຕ່ຜ່ານການສະມັກ ແລະ ຄັດເລືອກຕົວຈິງ ໄດ້ສົ່ງພຽງ 23 ຄົນ, ຍິງ 3 ຄົນ ປັດຈຸບັນໄດ້ເກັບຕົວຝຶກຊ້ອມຢ່າງເຕັມທີ່ ໂດຍມີຄູຝຶກຕ່າງປະເທດຝຶກຊ້ອມໃຫ້ ທີ່ສະໂມສອນ ດອກປີກໄກ່ ເຊດຖາ ພວກເຮົາຕັ້ງເປົ້າໄວ້ທີ່ ປະເພດຄູ່ຊາຍ ແລະ ຄູ່ປະສົມ ຈະສາມາດຜ່ານເຂົ້າເຖິງຮອບ 8 ຄົນສຸດທ້າຍ ໂດຍຈະມີການຊີງເງິນລາງວັນລວມ 87 ລ້ານກີບ ຫຼື ປະມານ 10 ພັນໂດລາສະຫະລັດ ສຳລັບລາງວັນທີ 1 ແຕ່ລະລາຍການຈະໄດ້ເງິນ 7 ລ້ານກີບ, ທີ 2 ຈະໄດ້ເງິນລາງວັນ ລາຍການລະ 3,5 ລ້ານກີບ ສ່ວນນັກກິລາທີ່ເຂົ້າຮອບຮອງຊະນະເລີດ ຈະໄດ້ເງິນລາງວັນ ລາຍການລະ 1,8 ລ້ານກີບ ແລະ ຜ່ານເຂົ້າຮອບ 8 ທີມ ຈະໄດ້ເງິນລາງວັນ ລາຍການລະ 1 ລ້ານກີບ.

ຂະນະທີ່ ທ່ານ ຈັນສະໝອນ ຜອງຈັນທາ ກໍ່ໄດ້ຢືນຢັນໃຫ້ຮູ້ຕື່ມອີກວ່າ: ຕະຫຼອດໄລຍະ 10 ກວ່າປີ ທີ່ຜ່ານມາ ບໍລິສັດ ເບຍລາວ ຈຳກັດ ພວກເຮົາມີຄວາມພາກພຸມໃຈເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນການພັດທະນາວົງການກິລາດອກປີກໄກ່ລາວ ຈົນເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ສາມາດຈັດການແຂ່ງຂັນໄດ້ໃນລະດັບນີ້ ຂໍຊົມເຊີຍຢ່າງສຸດເອີກສຸດໃຈ ແລະ ເພື່ອເປັນການສ້າງສີສັນໃຫ້ແກ່ງານແຂ່ງຂັນຄັ້ງນີ້ ໃຫ້ມີບັນຍາກາດຟົດຟື້ນ ພໍດີແທດເໝາະ ທີ່ບໍລິສັດຂອງພວກເຮົາ ໄດ້ມີຜະລິດຕະພັນຂຶ້ນມາໃໝ່ເປັນຕົ້ນແມ່ນ ເຄື່ອງດື່ມ ຊາ ລິບຕັນ ແລະ ນ້ຳດື່ມ ສະນັ້ນ ພວກເຮົາຈະຈັດໃຫ້ມີຫຼາຍກິດຈະກຳ ເພື່ອເຮັດໃຫ້ງານນີ້ມີຄວາມເບີກບານ ແລະ ມ່ວນຊື່ນທີ່ສຸດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: