Friday, April 25, 2025
Kbank Laos โอน รับ จ่าย

ຊົມ​ເຊີຍ! ລຸງ​ນາ​ຍົກ ໄດ້​ຮັບ​ຫຼຽນ​ຍ້ອງ​ຍໍ​ຈາກ​ລັດຖະບານ ໂອຕຣິດ

ທີ່ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບ ຫຫລຽນ Grand Tyrolian Eagle Award ໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກໍາມະການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ, ໂດຍແມ່ນທ່ານ ກຶນເທີ ປລັດເຕີ (Gunther Platter)  ເຈົ້າແຂວງໆ ທີໂຣນ ຕາງໜ້າລັດຖະບານ ປະເທດໂອຕຣິດ ເປັນຜູ້ປະດັບຫ​ລຽນດັ່ງກ່າວ, ເຊິ່ງເປັນຫລຽນສູງສຸດ ທີ່ລັດຖະບານ ໂອຕ​ຣິດ ມອບໃຫ້ຕ່າງປະເທດ.

ການປະດັບຫລຽນດັ່ງກ່າວໃນຄັ້ງນີ້, ເພື່ອເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີໃນການປະກອບ ສ່ວນຊ່ວຍເຫ​ລືອ ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັລາວ, ​ເຊິ່ງທ່ານ ເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍ ເຫ​ລືອເດັກນ້ອຍເອັສໂອເອັ​ສລາວ ແຕ່ປີ 1993 ແລະ ຕະຫລອດໄລຍະ 25 ປີ, ຍາມໃດທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ກໍ່ໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນໍາ-ນໍາພາ ເອົາໃຈໃສ່ພິເສດ ຕໍ່ໂຄງການບ້ານຊ່ວຍເຫລືອເດັກເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບີ່ງແຍງລ້ຽງດູເດັກກໍາພ້າ-ກໍາພອຍ, ທີ່ດ້ອຍໂອກາດ ໃຫ້ມີຊີວິດທີ່ດີໃນສັງຄົມ ປັດຈຸບັນ ມີບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ 6 ແຫ່ງ ໃນທົ່ວປະເທດ.

ໃນໂອກາດດຽວກັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການ ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ຕາງໜ້າລັດຖະບານ ສປປ ລາວ ກໍ່ໄດ້ປະດັບຫ​ລຽນໄຊພັດທະນາ ຊັ້ນ III ໃຫ້ແກ່ ທ່ານ ກຶນເທີ ປລັດເຕີ (Gunther Platter) ເຈົ້າແຂວງໆ ທີໂຣນ ປະເທດໂອຕ​ຣິດ, ເຊິ່ງເປັນສະມາຊິກຂອງອົງການ SOS ສາກົນ ແລະ ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນດ້ານວັດຖຸ ແລະ ງົບປະມານ ໃຫ້ແກ່ອົງການ SOS ສາກົນ ເປັນຈໍານວນຫ​ລວງຫລາຍ, ລວມທັງໂຄງການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ.

 ລັດຖະບານ ສປປ ລາວ ຖືວ່າ ໂຄງການບ້ານຊ່ວຍເຫລືອເດັກເອັສໂອເອັສລາວ ເປັນຂອງຂວັນອັນລໍ້າຄ່າ ທີ່ອົງການ SOS ສາກົນ ມອບໃຫ້ລັດຖະບານລາວ ເພື່ອເປັນບ່ອນຢູ່ອາໃສ ສໍາລັບເດັກກໍາພ້າ-ກໍາພອຍ, ດ້ອຍໂອກາດ ທີ່ຂາດທີ່ເພີ່ງພາອາໃສ, ຂາດຜູ້ເບີ່ງແຍງລ້ຽງດູ ເທົ່າທີ່ພວກເຂົາຄວນຈະໄດ້ຮັບ, ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ໄດ້ໃຫ້ການດູແລເບິ່ງແຍງໃຫ້ຄວາມຮັກ, ຄວາມອົບອຸ່ນ ຕາມຫລັກການຂອງອົງການ SOS ສາກົນ ແລະ ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງລາວ ຄື: ເປັນແມ່ລູກກັນ, ເປັນອ້າຍເອື້ອຍນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນບ້ານດຽວກັນ, ໃຫ້ເດັກໄດ້ຮັບການລ້ຽງດູເບີ່ງແຍງຊີວິດການເປັນຢູ່, ສຸຂະພາບ, ໄດ້ຮັບການສຶກສາ ແລະ ມີອາຊີບ.

ມາຮອດປັດຈຸບັນ ເດັກນ້ອຍຜູ້ດ້ອຍໂອກາດ ຫລາຍກ່ວາ 600 ຄົນ ໄດ້ຮັບການຊ່ວຍເຫ​ລືອ ແລະ ຮຽນຈົບຈາກບ້ານຊ່ວຍເຫລືອເດັກ SOS ແລະ ຫ​ລາຍກ່ວາພັນຄົນ ກໍາລັງໄດ້ຮັບການ ເບິ່ງແຍງ ດູແລໃນປັດຈຸບັນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.