Saturday, July 19, 2025
Kbank Laos โอน รับ จ่าย

ເມືອງນາຊາຍທອງ ເປີດງານວາງສະແດງສິນຄ້າຄັ້ງທີ 24 ມີ 345 ຮ້ານເຂົ້າຮ່ວມ

ຫ້ອງວ່າການປົກຄອງເມືອງນາຊາຍທອງ ຮ່ວມກັບ ບັນດາຫ້ອງການອ້ອມຂ້າງຂອງເມືອງ ແລະ ຫົ ວໜ່ວຍທຸລະກິດ-ຄອບຄົວຕົວແບບ ໄດ້ພ້ອມກັນຈັດງານວາງສະແດງສິນຄ້າ ກະສິກໍາ, ຫັດຖະກໍາ, ອຸດສາຫະກໍາ ແລະການບໍລິການ ປະຈໍາປີ 2019 ຂຶ້ນໃນລະຫວ່າງວັນທີ 12-18 ກຸມພາ 2019 ນີ້ທີ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ,

ໂດຍມີທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ວິໄລສັກ ນາມມຸນຕີ ເຈົ້າເມືອງໆນາຊາຍທອງ, ມີຜູ້ປະກອບການ, ຄອບຄົວຕົວແບບ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ. ທ່ານ ພອນທິບ ຍົກໄຊຍະຄໍາ ຫົວໜ້າຫ້ອງການອຸດສາຫະ ກຳ ແລະການຄ້າ ເມືອງນາຊາຍທອງ ໄດ້ກ່າວວ່າ: ງານວາງສະແດງສິນຄ້າກະສິກໍາ ແລະສິນ ຄ້າຄອບຄົວຕົວແບບ ຄັ້ງນີ້ ເປັນຄັ້ງທີ 24 ມີຮ້ານວາງສະແດງທັງໝົດ 345 ຮ້ານ, ໃນນັ້ນ ຈາກຕ່າງແຂວງມີ 1 ຮ້ານ, ລວມມູນຄ່າ 7,34 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3,5%.

ພາຍໃນງານຈະມີການວາງສະແດງສິນຄ້າກະສິກໍາ (ປູກຝັງ-ລ້ຽງສັດ), ຫັດຖະກໍາ, ສິນຄ້າອຸດ ສາຫະກຳ, ສິນຄ້າໂອດ໊ອບຂອງເມືອງ, ການບໍລິການ, ສິນຄ້າຈາກຄອບຄົວຕົວແບບ, ບັນດາໂຮງງານ–ໂຮງງານອ້ອມຂ້າງເມືອງ ແລະການວາງສະແດງຂອງບັນດາຫ້ອງການອ້ອມຂ້າງເມືອງນາຊາຍທອງ.

ທັງນີ້, ແນໃສ່ສົ່ງເສີມພັດທະນາເສດຖະກິດຂອງເມືອງ ກໍຄື ສົ່ງເສີມພູມປັນຍາຂອງຊາວບ້ານ ໃນການຜະລິດສິນຄ້າ ແລະສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ, ຜູ້ປະກອບການ, ຊຸກຍູ້ສົ່ງເສີມ ການຕິດກາໝາຍສິນຄ້າ ໂອດັອບ ຂອງເມືອງໃຫ້ເພີ່ມຂຶ້ນ, ທັງເປັນການຂຸດຄົ້ນມູນເຊື້ອຜົນຜະລິດ ທີ່ເປັນພູມປັນຍາຂອງຊາວບ້ານ ໃຫ້ຂະຫຍາຍຕົວໄປຖືກທິດ, ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະກ້າວໜ້າຢ່າງບໍ່ຢຸດຢັ້ງ. ຊຶ່ງປະຈຸບັນເມືອງນາຊາຍທອງ ມີຄອບຄົວຕົວແບບ 227 ຄອບຄົວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.