Monday, November 17, 2025
Kbank Laos โอน รับ จ่าย

ລັດ​ຖະ​ບານ​ຢືນ​ຢັນ! ​ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເສດຖະກິດ​ໃຫ້​ຂະຫຍາຍຕົວ​ໜັກ​ແໜ້ນ

ໃນ​ໂອກາດ​ໂອ້​ລົມ​ກອງ​ປະຊຸມ​ວຽກ​ງານ​ແຜນການ-ການ​ເງິນ​ທົ່ວ​ປະ​ເທດ ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ:

ປີ 2019 ປະ​ເທດ​ເຮົາ​​ຍັງຈະ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ທາງ​ດ້ານ​ເສດຖະກິດ-ການ​ເມືອງ​ຂອງ​ພາກພື້ນ ​ແລະ ສາກົນ ​ເຊິ່ງຈະ​ສົ່ງ​ຜົນ​ກະທົບ​ທາງ​ກົງ ​ແລະ ທາງ​ອ້ອມ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ເຮົາ ​ແລະ ​ເປັນ​ປີ​ທີ່​ມີ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ແຜນການ-ການ​ເງິນ​ທີ່​ສຳຄັນ​ຂອງ​ພວກ​ເຮົາ​ທີ່​ອີງ​ໃສ່​ລາຍ​ຮັບ​ພາຍ​ໃນ​ເປັນ​ຕົວ​ກຳນົດ​ລາຍ​ຈ່າຍ ​ແລະ ການ​ລົງທຶນ.

ຕໍ່​ບັນຫາ​ດັ່ງກ່າວ, ລັດຖະບານ​ຈະ​ສຸມ​ໃສ່​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ​ໃຫ້​ຂະຫຍາຍຕົວ​ໜັກ​ແໜ້ນ​ຕາມ​ເປົ້າໝາຍ​ວາງ​ໄວ້ 6,7% ຂຶ້ນ​ໄປ ​ໂດຍ​ເລັ່ງປະຕິ​ຮູບ​ວຽກ​ງານ​ການ​ເງິນ​ຮອບດ້ານ​ຕາມ​ຍຸດ​ທະ​ສາດ​ທີ່​ລັດຖະບານ​ໄດ້​ຮັບຮອງ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໄວ, ​ເລີ່​ມຈາກ​ການ​ເກັບ​ກຳ​ຖານ​ຂໍ້​ມູນ​ທຸລະ​ກິດ ​ແລະ ຖານ​ລາຍ​ຮັບ​ໃຫ້​ຖືກຕ້ອງ​ຄົບ​ຖ້ວນ, ​ຫັນ​ການ​ຄຸ້ມ​ຄອງ​ລາຍ​ຮັບ​ເຂົ້າສູ່​ລະບົບ​ທັນ​ສະ​ໄໝ​ໃຫ້​ສຳ​ເລັດ ​ເພື່ອ​ສະກັດ​ກັ້ນການ​ຮົ່ວ​ໄຫລ ​ແລະ ​ແກ້​ໄຂ​ປາ ກົດການ​ຫຍໍ້​ທໍ້​ໃນ​ຂົງ​ເຂດ​ລາຍ​ຮັບ​ໃຫ້​ຂາດ​ໂຕ, ປະຕິ​ຮູບ​ລະບົບ​ການ​ລົງທຶນ​ຂອງ​ລັດ​ໃຫ້​ມີ​ການ​ຫັນປ່ຽນ, ​ເຄັ່ງ​ຂັດຕາ​ມລະບຽບ​ກົດໝາຍ, ມີ​ປະສິດທິ​ຜົນ ​ແລະ ສອດຄ່ອງ​ຕາມ​ງົບປະ ມານ ​ເພື່ອ​ບໍ່​ໃຫ້​ມີ​ໜີ້​ສິນ​ສະ​ສົມ​ເພີ່ມ​ຂຶ້ນ, ​ເດັດຂາດ​ບໍ່​ໃຫ້​ມີ​ໂຄງການ​ນອ​ກ​ແຜນ ​ແລະ ​ໂຄງ ການ​ລົງທຶນ​ກ່ອນ, ທຸກ​ໂຄງການ​ຕ້ອງ​ມີ​ການ​ປະມູນ​ດ້ານ​ລາຄາ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຕົວ​ຈິງ ທັງ​ຮັບປະກັນ​ປະສິດທິພາບ ​ແລະ ປະສິດທິ​ຜົນ ​ແລະ ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ​ຂອງ​ພະນັກງານ​ໃນ​ຂົງ​ເຂດ​ແຜນການ-ການ​ເງິນ-ການ​ລົງທຶນ​ໃຫ້​ມີ​ຄວາມ​ຈົງ​ຮັກ​ພັກດີ, ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ປະຕິບັດ​ວິ​ໄນ​ແຜນການ-ການ​ເງິນ​ເຄັ່ງ​ຂັດ ​ແລະ ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ເປັນ​ຫລັກ, ຖ້າ​ຍັງ​ມີ​ປາກົດການ​ຫຍໍ້​ທໍ້​ເກີດ​ຂຶ້ນ​ແມ່ນ​ໃຫ້​ປະຕິບັດ​ຕາມ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມງວດ.

ທີ່​ມາ: ໜັງ​ສື​ພິ​ມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.