ຂໍຂອບໃຈນຳຜູ້ສະໜັບສະໜູນ

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກອງເລຂາກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງດິນຟ້າອາກາດ ໄດ້ຈັດກອງປະຊຸມປຶກສາຫາ ລືລະດັບຊາດ ກ່ຽວກັບວຽກງານຈຸດສຸມ ກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງ ດິນຟ້າອາກາດ ໃນລະຫວ່າງ ວັນທີ 12-14 ກຸມພາ 2019 ທີ່ນະຄອນຫລວງວຽງຈັນ. 

ກອງປະຊຸມຄັ້ງນີ້, ແນ່ໃສ່ສ້າງຄວາມເຂົ້າໃຈຕໍ່ 2 ກອງທຶນດັ່ງກ່າວ, ເປັນເວທີປຶກສາຫາລືໃນການກໍານົດບູລິມະສິດແຫ່ງຊາດ ເພື່ອຮັບປະກັນ ໃນການເຄື່ອນໄຫວວຽກງານຄຸ້ມຄອງຊັບພະຍາກອນ ທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ວຽກງານປັບຕົວເຂົ້າກັບສະພາບການປ່ຽນແປງ ດິນຟ້າອາກາດ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນ.

ທີ່​ມາ: ຂ​ປ​ລ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້