Sunday, November 9, 2025
Kbank Laos โอน รับ จ่าย

ເຊີນຮ່ວມບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ໃຫ້ຄວາມຮັກຊຶ່ງກັນແລະກັນດ້ວຍການບໍລິຈາກເລືອດຍິ່ງໃຫ້ຍິ່ງໄດ້ບຸນກຸສົນ”

ສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້ຈັດກິດຈະກຳຮ່ວມບໍລິຈາກເລືອດແບບເປີດກວ້າງຂຶ້ນເພື່ອແນ່ໃສ່ແກ້ໄຂການຂາດແຄນເລືອດທີ່ມີຢູ່ໃນປະຈຸບັນໂດຍພາຍໃຕ້ຫົວຂໍ້ “ໃຫ້ຄວາມຮັກຊຶ່ງກັນ ແລະກັນດ້ວຍການບໍລິຈາກເລືອດຍິ່ງໃຫ້ຍິ່ງໄດ້ບຸນກຸສົນ” ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນວັນທີ 12-13 ກຸມພາ 2019 ທີ່ສູນເລືອດແຫ່ງຊາດ.

ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ການທີ່ໄດ້ເຊີນຊວນເຂົ້າຮ່ວມເທສະການບໍລິຈາກເລືອດຄັ້ງນີ້ ກຸ່ມເປົ້າໝາຍແມ່ນນ້ອງນັກຮຽນຊັ້ນມັດທະຍົມທົ່ວນະຄອນວຽງຈັນ ແລະນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ຊຶ່ງຄາດວ່າຈະມີການຈັດຕັ້ງຈາກພາກສ່ວນຕ່າງໆໃນນະຄອນຫຼວງວຽງຈັນເຂົ້າຮ່ວມບໍລິຈາກ 1 ພັນກວ່າຄົນ.  ປະຈຸບັນເຫັນວ່າການບໍລິຈາກເລືອດແມ່ນຍັງບໍ່ພໍພຽງກັບຄວາມຕ້ອງການຂອງຜູ້ເຈັບຕ້ອງການເລືອດຍ້ອນເກີດຈາກຫຼາຍສາເຫດຂອງພະຍາດເຊັ່ນ: ໄຂ້ເລືອດອອກ,ພະຍາດຂາດເລືອດຊ່ຳເຮື້ອ,ການຜ່າຕັດ,ການເກີດອຸບັດຕິເຫດຕາມທ້ອງຖະໜົນເສຍເລືອດຫຼາຍ,ຄົນເຈັບເປັນໄຂ່ຫຼັງຊຸດໂຊມຕ້ອງໄດ້ຟອກ ແລະ ຕ້ອງການສົ່ງເລືອດ ຊຶ່ງໃນໄລຍະຜ່ານມາສູນເລືອດແຫ່ງຊາດ ແລະການຈັດຕັ້ງຕ່າງໆກໍ່ໄດ້ພ້ອມກັນເອົາໃຈໃສ່ປຸກລະດົມເຊີນຊວນທຸກຊັ້ນຄົນຮ່ວມບໍລິຈາກຢ່າງເປັນປະຈຳແຕ່ຈຳນວນເລືອດທີ່ໄດ້ຮັບແມ່ນຍັງທັນພຽງພໍກັບຄວາມຕ້ອງການເທື່ອ.

      ສະນັ້ນ, ຂໍເຊີນຊວນທຸກພາກສ່ວນໃນສັງຄົມເຂົ້າຮ່ວມການບໍລິຈາກເລືອດເພື່ອແບ່ງເບົາຄວາມເຈັບປວດຂອງຜູ້ຖືກເຄາະຮ້າຍທີ່ກຳລັງຕ້ອງການເລືອດ ແລະນອນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.