Saturday, April 26, 2025
Kbank Laos โอน รับ จ่าย

​ລັດ​ຖະ​ບານ ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018

ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ຈັດພິທີສະຫຼຸບປີທ່ອງທ່ຽວລາວ 2018 ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຊີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ຫົວ ໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຜ່ານການເປີດປີທ່ອງທ່ຽວແມ່ນໄດ້ຮັບຜົນສໍາເລັດໂດຍໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2017 ແລະ ສ້າງລາຍຮັບເຂົ້າປະເທດໄດ້ 755.342.151 ໂດລາສະຫະລັດ ຫຼື ປະມານ 6 ພັນຕື້ກວ່າກີບ ເພີ່ມຂຶ້ນ 17% ທຽບໃສ່ປີ 2017 ພ້ອມນີ້ກໍ່ມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນ: ກຸ່ມຕະຫຼາດອາຊີປາຊີຟິກ ເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16 % ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນ 3% ມີອັດຕາສ່ວນ 3,96% ກຸ່ມຕະຫຼາດອາເມຣິກາ ເພີ່ມຂຶ້ນ 7,5% ມີອັດຕາສ່ວນ 1,65% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ມີພຽງກຸ່ມປະ ເທດ ອາຟຣິກກາ ແລະ ຕາເວັນອອກກາງທີ່ມີອັດຕາຫຼຸດ ລົງ 0,5% ແຕ່ກໍ່ກວມເອົາອັດຕາ ສ່ວນພຽງ 0,22% ເທົ່ານັ້ນ ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ.

ສໍາລັບຜົນໄດ້ຮັບຈາກການຈັດປີທ່ອງທ່ຽວລາວ ໄດ້ເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ ແລະ ມີສ່ວນຮ່ວມໃນການພັດທະ ນາ ແລະ ສົ່ງເສີມການທ່ອງທ່ຽວລາວ ພາກທຸລະກິດໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການລົງທຶນ ພັດທະນາການທ່ອງທ່ຽວຂອງລາວ ຕາມແນວທາງນະໂຍບາຍຂອງລັດຄື:ສົ່ງເສີມການທ່ອງ ທ່ຽວທາງດ້ານທໍາມະຊາດ ປະຫວັດສາດ ແລະ ວັດທະນະທໍາ ອັນໄດ້ເຮັດໃຫ້ວຽກງານການທ່ອງທ່ຽວໄດ້ກາຍເປັນວຽກງານລວມຂອງທຸກຂະແໜງການ ແລະ ທ້ອງຖິ່ນໃນທົ່ວປະເທດຢ່າງແທ້ຈິງ ປະກອບສ່ວນສ້າງເງື່ອນໄຂ ແລະ ທ່ວງທ່າອັນດີໃຫ້ແກ່ການເປີດປີທ່ອງທ່ຽວລາວ-ຈີນ 2019.

ໃນພິທີໄດ້ມອບລາງວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຈຳນວນ 127 ລາງ ວັນ ໃນນີ້ ສະຖານທີ່ທ່ອງທ່ຽວ ລວມມີ 16 ລາງວັນ ໂຮງແຮມ ມີ 19 ລາງວັນ ຣີສອດ ມີ 6 ລາງວັນ ເຮືອນພັກແຮມ ມີ 5 ລາງວັນ ບໍລິສັດທ່ອງທ່ຽວ ມີ 18 ລາງ ວັນ ພະນັກງານນຳທ່ຽວ 18 ລາງວັນ ຮ້ານອາຫານ 24 ລາງວັນ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 5 ລາງວັນ ເຮືອນພັກແຮມປະຊາຊົນ ມີ 5 ລາງວັນ ແລະ ພາກສ່ວນ ແລະ ບຸກຄົນອຸປະຖຳປີທ່ອງທ່ຽວ 2018 ມີ 11 ລາງວັນ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.