ຜົນສຳເລັດກອງປະຊຸມສະໄໝວິສາມັນ ປະຈຳເດືອນກຸມພາຂອງລັດຖະບານແຫ່ງ ສປປລາວ

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້:
1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ),
2. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່),
3. ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່),
4. ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ);

ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ໄດ້ຊີ້ນໍາໃຫ້:
1. ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, 
2. ມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ, 
3. ຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ຕ້ອງເອົາໃຈໃສ່ປັບປຸງ ຄໍາສັບ ແລະ ສໍານວນຕ່າງໆ ໃຫ້ຖືກຕ້ອງກັບພາສາລາວ ເພື່ອເຂົ້າໃຈງ່າຍ,
4. ນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້.

Cr.Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...