Sunday, February 16, 2025

ເບຍ​ລາວ ຈ​ວາດອີກ​ແລ້ວ! ອອກ 3 ຮູບໂສມໃໝ່ ຕ້ອນຮັບປີໃໝ່ລາວ 2562

ທາງບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານເພື່ອສືບຕໍ່ມີສ່ວນຮ່ວມໃນການສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ຄຶກຄື້ນ ແລະມ່ວນຊື່ນ ໂດຍຜ່ານການຈັດກິດຈະກໍາຕ່າງໆ ພ້ອມດຽວກັນນັ້ນ, ຍັງໄດ້ມີການເປີດໂຕຮູບໂສມໃໝ່ຂອງກະປ໋ອງເບຍລາວ ຮຸ່ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະສະຫຼອງບຸນປີໃໝ່ລາວໄປພ້ອມກັນ.

ຮູບໂສມຂອງກະປ໋ອງເບຍລາວປີນີ້ ໄດ້ແຮງບັນດານໃຈຈາກກິດຈະກໍາເດັ່ນໆ ແລະຮີດຄອງປະເພນີຂອງລາວເຮົາ. Beerlao Limited Edition Can 2019 ມີໃຫ້ເລືອກສະສົມເຖິງ 3 ລວດລາຍ ຄື:

1.   ຮູບໄວໜຸ່ມຜູ້ຊາຍກໍາລັງຫຼິ້ນກີຕ້າ: ໄດ້ສື່ເຖິງຄວາມມ່ວນຊື່ນ ແລະບົ່ງບອກໃຫ້ເຫັນເຖິງຄົນລາວ ທີ່ມີດົນຕີເປນສື່ກາງ ໃນການສະເຫຼີມສະຫຼອງບຸນປະເພນີຕ່າງໆ ແລະເພື່ອໃຫ້ແທດເໝາະກັບຍຸກສະໄໝ ຈຶ່ງໄດ້ເລືອກໃຊ້ເຄື່ອງດົນຕີສາກົນເປັນຕົວແທນ.

2.   ຮູບແມ່ຍິງຍໍມືນົບ: ບົ່ງບອກເຖິງຂະນົມທໍານຽມ, ຄວາມຮູ້ບຸນຄຸນ ແລະການຖະໜອມຖ່ອມຕົນ ແລະເປັນເອກະລັກທີ່ຈົບງາມຂອງຄົນລາວ.

3.   ຮູບແມ່ຍິງກໍາລັງຫົດນໍ້າ: ສະແດງເຖິງບຸນປະເພນີອັນດີງາມທີ່ມີເອກະລັກສະເພາະຕົວຂອງປວງຊົນລາວທີ່ພົ້ນເດັ່ນ ທີ່ປະຕິບັດມາຕັ້ງແຕ່ສະໄໝກ່ອນຈົນເຖິງປັດຈຸບັນ.

ທີ່​ມາ: ວາ​ລະ​ສານ​ ມະ​ຫາ​ຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.