ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າມື້​ວານນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 02 ວັນ ຄື ວັນທີ 19-20 ກຸມພາ 2019, ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື:

1). ຮ່າງແຜນຜັງລວມຂອງນະຄອນຫລວງວຽງຈັນ ຮອດປີ 2023.

2). ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ.

3). ຮ່າງກົດໝາຍວ່າດ້ວຍທີ່ດິນ,

4). ຮ່າງກົດໝາຍ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ,

5). ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ,

6). ບົດລາຍງານຄວາມຄືບໜ້າ ໃນການຫັນເກັບລາຍຮັບງົບປະມານເປັນທັນສະໄໝ,

7). ຮ່າງແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ

ແລະ 8). ຮ່າງນະໂຍບາຍລາຄາໄຟຟ້າ ຕິດພັນກັບຍຸດທະສາດພັດທະນາພະລັງງານໄຟຟ້າ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...