Tuesday, February 11, 2025

ມູນຄ່າການຄ້າ ລາວ-ຫວຽດນາມ ບັນລຸໄດ້ 1 ຕື້ໂດລາສະຫະລັດ

ມູນຄ່າການຄ້າສອງປະເທດ ລາວ-ຫວຽດນາມ ໃນປີ 2018 ບັນລຸ 1 ຕື້ໂດລາ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017 ລື່ນຄາດໝາຍຕາມການຕົກລົງຂອງສອງລັດຖະບານ ແລະ ໃນປີ 2019 ນີ້, ກໍໄດ້ວາງຄາດໝາຍສູ້ຊົນເພີ່ມຂຶ້ນ 10% ຂຶ້ນໄປ, ການລົງທຶນຂອງລັດວິສາຫະກິດຫວຽດ ນາມ ຢູ່ ລາວ ຈັດຢູ່ໃນອັນດັບ 3 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນ ທີ່ມີວິສາຫະ ກິດມາລົງທຶນຢູ່ລາວ. ປັດຈຸບັນ, ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນຄ່າການລົງທຶນທັງໝົດ 4,1 ຕື້ໂດລາສະຫະລັດ. 

ຂະແໜງພະລັງງານໄຟຟ້າ ເປັນຂະແໜງການໜຶ່ງ ທີ່ມີຄວາມບົ່ມຊ້ອນຂອງການຮ່ວມມືສອງຝ່າຍ ທີ່ຈະເຮັດໃຫ້ມູນຄ່າການຄ້າຂອງສອງປະເທດ ປະຕິບັດໄດ້ລື່ນຄາດໝາຍ. ໃນນີ້, ເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານຊານໄຊ ໄດ້ດຳເນີນການຜະລິດ ຂາຍກະແສໄຟຟ້າໄປຫວຽດນາມ ແລະ ສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ ສປປ ລາວ ຈຳນວນໜຶ່ງ. ພ້ອມກັນນີ້, ການຮ່ວມກັນຈັດຕັ້ງຜັນຂະຫລາຍໂຄງການຮ່ວມມືພັດທະນາ ທ່າທຽບເຮືອຫວຸງອ່າງ 1, 2, 3 ແລະ ການຕົກລົງລາຄາຊື້-ຂາຍໄຟຟ້າ, ເຊິ່ງຈະເຮັດໃຫ້ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນອີກ ຫລາຍສົມຄວນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: